ວັນທີ 23 ກຸມພາ 2021 ນີ້, ທ່ານ ສົມຈ໋າຍ ແຝງຫຼ້າ ຮອງປະທານແນວລາວສ້າງຊາດແຂວງຫຼວງນ້ຳທາ ພ້ອມດ້ວຍຄະນະ ໄດ້ນຳເອົາຜ້າຫົ່ມຈຳນວນ 24 ຜືນ ລວມມູນຄ່າ 1.600.000 ກີບ ໄປມອບໃຫ້ປະຊາຊົນ ບ້ານວັງປົວະ ເມືອງ ແລະ ແຂວງຫຼວງນ້ຳທາ ທີ່ທຸກຍາກຂາດເຂີນ ເພື່ອເປັນການຊ່ວຍເຫຼືອບັນເທົາທຸກ ແລະ ຕ້ານໄພໜາວ ເຊິ່ງມອບໂດຍທ່ານ ສົມຈ໋າຍ ແຝງຫຼ້າ ແລະ ຮັບໂດຍທ່ານນາຍບ້ານໆ ວັງປົວະ.
