ສູນກາງແນວລາວສ້າງຊາດ

Lao Front For National Development

ມອບ-ຮັບໃບຍ້ອງຍໍປະກອບສ່ວນ 70 ປີ.

ໃນວັນທີ 20 ຕຸລາ 2020 ນີ້, ທ່ານ ສີສຸພັນ ແສງສະຫວັນ ກຳມະການສູນກາງແນວລາວສ້າງຊາດ(ສນຊ), ຫົວໜ້າຄະນະທີ່ປຶກສາວຽກງານໂຄສະນາ ສນຊ ພ້ອມດ້ວຍຄະນະ ໄດ້ມອບໃບຍ້ອງຍໍ ໃຫ້ທ່ານ ນາງ ສຸພິດຈາ ຣາມາສຸດ ທີ່ໄດ້ປະກອບສ່ວນສ້າງຜົນງານໃຫ້ແກ່ການອຸປະຖໍາເປັນເງີນສົດ ເຂົ້າໃນການໂຄສະນາມູນເຊື້ອ ແນວລາວສ້າງຊາດ ຜ່ານ LED ເນື່ອງໃນໂອກາດ ສະເຫຼີມສະຫຼອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ ເປັນມູນຄ່າ 13 ລ້ານກີບ
ພ້ອມກັນນີ້, ທ່ານ ນ. ກົງແກ້ວ ທໍາມະໂຄດ ຮອງຫົວໜ້າກົມໂຄສະນາ ສນຊ ໄດ້ສະແດງຄວາມຂອບໃຈຢ່າງສູງ ຕໍ່ກັບທ່ານ ນ. ສຸພິດຈາ ຣາມາສຸດ ທີ່ມີນໍ້າໃຈເອື້ອເພື້ອເພື່ອແຜ່ໃຫ້ການອຸປະຖໍາໃນຄັ້ງນີ້ ຫວັງວ່າໂອກາດໜ້າຈະໄດ້ຮັບການຊ່ວຍເຫຼືອຈາກທ່ານຕື່ມອີກ.
info@lfnd.org.la | 021 213754 | (856-21) 453191