ກອງທຶນຊ່ວຍເຫຼືອເຊິ່ງກັນແລະກັນ ຂອງສະຫະພັນແມ່ຍິງສູນກາງແນວລາວສ້າງຊາດ(ສນຊ) ໄດ້ສ້າງຕັ້ງມາແຕ່ເດືອນ07/2016 (ສະໄໝທີXIII) ໂດຍມີສະມາຊິກກອງທຶນເບື້ອງຕົ້ນຈໍານວນ 53 ທ່ານ ມີທຶນໝູນວຽນ 6,360,000ກີບ, ມາຮອດເດືອນ 12/2020 ມີສະມາຊິກກອງທຶນເພີ່ມຂຶ້ນເປັນ 64 ທ່ານ ແລະ ມີທຶນໝູນວຽນຈໍານວນ 78,076,000ກີບ.
ຕະຫຼອດໄລຍະ 4 ປີກ່ວາຜ່ານມາ ກອງທຶນດັ່ງກ່າວ ໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະ ໄດ້ປະກອບສ່ວນເຂົ້າໃນການຊ່ວຍເຫລືອສະມາຊິກສະຫະພັນແມ່ຍິງ ສນຊ ໃນການກູ້ຢືມ ເພື່ອແກ້ໄຂຄວາມຫຍຸ້ງຍາກຂອງຄອບຄົວ ແລະ ສະມາຊິກກອງທຶນ ເຊິ່ງມາຮອດວັນທີ 19 ກຸມພາ 2021ນີ້ ໄດ້ມີກອງປະຊຸມສະຫລຸບຖອດຖອນບົດຮຽນວຽກງານດັ່ງກ່າວ ແລະ ແຕ່ງຕັ້ງຄະນະຮັບຜິດຊອບກອງທຶນຊຸດໃໝ່ ພ້ອມທັງຈັດພິທີມອບ-ຮັບ ລະຫວ່າງ ທ່ານ ນາງ ມະນີວັນ ແກ້ວໂກມິນ ຫົວໜ້າຄະນະຮັບຜິດຊອບ(ຜູ້ເກົ່າ) ແລະ ທ່ານ ນາງ ນາລີ ຈັນທະພານິດ ຫົວໜ້າຄະນະຮັບຜິດຊອບ(ຜູ້ ໃໝ່) ໂດຍການເປັນພິຍານຂອງ ທ່ານນາງ ຄໍາຈັນ ພົມແສງສະຫວັນ ຄະນະປະຈໍາພັກ, ຮອງປະທານ ສນຊ, ທ່ານ ນາງ ແພງພັນ ບຸບຜາພອນ ຮັກສາການຫົວໜ້າກົມໂຄສະນາ, ປະທານສະຫະພັນແມ່ຍິງ ສນຊ ແລະ ທຸກທ່ານທີ່ກ່ຽວຂ້ອງ ທີ່ຫ້ອງປະຊຸມໃຫຍ່ ສນຊ.