ສູນກາງແນວລາວສ້າງຊາດ

Lao Front For National Development

ມອບ-ຮັບ ໜ້າກາກອະນາໄມ ຕ້ານພະຍາດໂຄວິດ-19

ໃນວັນທີ 24 ເມສາ 2020 ນີ້, ທ່ານ ຮສ. ດຣ. ສົມອົກ ກິ່ງສະດາ ຮອງປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມພິທີມອບ-ຮັບໜ້າກາກອະນາໄມ ຕ້ານພະຍາດໂຄວິດ -19 ຢູ່ທີ່ສູນການຄ້າລາວ-ໄອເຕັກ ມີທ່ານ ທັດນະຄອນ ທໍາມະວົງ ປະທານກຸ່ມບໍລິສັດ ທີເຄ ກຣຸບ, ປະທານບໍລິສັດ ລາວເວີນມະຫາຊົນ, ທ່ານ ດຣ. ນ. ວິພາວັນ ພົມວິຫານ ພັນລະຍາ ທ່ານປະທານສູນກາງແນວລາວສ້າງຊາດ, ທ່ານ ພັນໂທ ປ້າສີສະຫຼຽວ ທໍາມະເທວາ ປະທານມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ແລະ ມີບັນດາທ່ານຜູ້ຕາງໜ້າຈາກພາກສ່ວນ ຕະຫຼອດຮອດສື່ມວນຊົນເຂົ້າຮ່ວມ.


ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ສາຂາ ນະຄອນຫຼວງວຽງຈັນໄດ້ລະດົມໜ້າກາກອະນາໄມຕ້ານພະຍາດໂຄວິດ -19 ຄັ້ງນີ້, ແມ່ນໄດ້ມາຈາກບໍລິສັດ ລາວເວີນ ມະຫາຊົນ ໂດຍມອບໃຫ້ແກ່ສູນກາງແນວລາວສ້າງຊາດ ແລະ ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງຊາດ ສປປ ລາວ ມອບຕໍ່ໃຫ້ແກ່ບັນດາພາກສ່ວນດັ່ງນີ້: ສູນກາງພຸດທະສາສະໜາ 50 ກັບ, ມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວ 100 ກັບ, ມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວ ສາຂາ ນະຄອນຫຼວງວຽງຈັນ 80 ກັບ, ກູ້ໄພ 9 ໜ່ວຍໆ ລະ 20 ກັບ, ໂຮງໝໍ 103 ແມ່ນ 150 ກັບ ໂຮງໝໍມິດຕະພາບ 150 ຕຽງ 150 ກັບ ໂຮງໝໍ ມະໂຫສົດ 100 ກັບ, ໂຮງໝໍແມ່ ແລະ ເດັກໜອງພະຍາ 30 ກັບ, ໂຮງໝໍແມ່ ແລະ ເດັກ 150 ຕຽງ 30 ກັບ, ຈາລະຈອນ 9 ຕົວເມືອງ ນະຄອນຫຼວງວຽງຈັນ ເມືອງລະ 20 ກັບ, ກອງບັນຊາການທະຫານນະຄອນຫຼວງວຽງຈັນ 50 ກັບ ແລະ ສື່ມວນຊົນ 10 ພາກສ່ວນ ພາກສ່ວນລະ 10 ກັບ. ລວມທັງໝົດ 1300 ກັບ ເປັນມູນຄ່າ 208 ລ້ານກີບ.


ມອບໂດຍທ່ານ ທັດນະຄອນ ທໍາມະວົງ ປະທານກຸ່ມບໍລິສັດ ທີເຄ ກຣຸບ, ປະທານບໍລິສັດ ລາວເວີນມະຫາຊົນ ແລະ ຮັບໂດຍ ທ່ານ ຮສ. ດຣ ສົມອົກ ກິ່ງສະດາ ມີຫຼາຍຝ່າຍເຂົ້າຮ່ວມເປັນສັກຂີພະຍານ. ຈຸດປະສົງໃນການມອບໜ້າກາກອະນາໄມໃຫ້ຄັ້ງນີ້ ກໍ່ເພື່ອໃຫ້ບັນດາໜ່ວຍງານທີ່ກ່າວມາຂ້າງເທິງໄດ້ນຳໃຊ້ເພື່ອປ້ອງກັນຕົນເອງໃນເວລາປະຕິບັດໜ້າທີ່ວຽກງານຕົວຈິງ ແລະ ທັງເປັນການສະກັດກັ້ນການແຜ່ລະບາດຂອງເຊື້ອໂຄວິດ-19 ອີກດ້ວຍ.

info@lfnd.org.la | 021 213754 | (856-21) 453191