ສູນກາງແນວລາວສ້າງຊາດ

Lao Front For National Development

ມູນນິທິຊ່ວຍເຫຼືອຄົນທຸກຍາກສາຂານະຄອນຫຼວງວຽງຈັນ ມອບຜ້າຫົ່ມໃຫ້ສູນກາງແນວລາວສ້າງຊາດ

      ວັນທີ 22/08/2022ນີ້, ມູນນິທິຊ່ວຍເຫຼືອຄົນທຸກຍາກສາຂານະຄອນຫຼວງວຽງຈັນ ໄດ້ມອບຜ້າຫົ່ມໃຫ້ສູນກາງແນວລາວສ້າງຊາດ ໃນຈໍານວນ100ຜືນ ທີ່ມີມູນຄ່າ 7,000,000ກວ່າກີບ.
      ເປັນກຽດກ່າວມອບໂດຍ ພະອາຈານ ພົງສະຫວັນ ອານຸສິນ ກໍາມະການສູນກາງແນວລາວສ້າງຊາດ, ຄະນະບໍລິຫານງານສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ, ຫົວໜ້າໜ່ວຍງານສັງຄົມສົງເຄາະ, ກໍາມະທິການສາທາລະນຸປະການສູນກາງ, ປະທານມູນນິທິຊ່ວຍເຫຼືອຄົນທຸກຍາກສາຂານະຄອນຫຼວງວຽງຈັນ, ເປັນກຽດກ່າວຮັບໂດຍ ທ່ານ ຄໍາເຜີຍ ບຸດດາວຽງ ກໍາມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ. ເຄື່ອງດັ່ງກ່າວນີ້ຈະໄດ້ສືບຕໍ່ນໍາໄປຊ່ວຍເຫຼືອບັນເທົາທຸກໃຫ້ແກ່ປະຊາຊົນຈໍານວນໜຶ່ງຢູ່ແຂວງບໍລິຄໍາໄຊ ແລະ ແຂວງຊຽງຂວາງ.
info@lfnd.org.la | 021 213754 | (856-21) 453191