ໃນລະຫວ່າງວັນທີ 14-18 ທັນວາ 2020 ນີ້, ສູນກາງແນວລາວສ້າງຊາດ ນໍາໂດຍ ທ່ານ ດຣ. ຈັນເພັງ ສຸດທິວົງ, ຄະນະປະຈໍາ ສນຊ, ຫົວໜ້າຫ້ອງການ ສນຊ ແລະ ທ່ານ ສຈ.ປອ. ອ໊ອດ ພົງສະຫວັນ, ກໍາມະການ ສນຊ, ຮອງຫົວໜ້າຄະນະທີ່ປຶກສາເສດຖະກິດ ແລະ ກົດໝາຍ ສນຊ, ທັງເປັນຮອງຫົວໜ້າຄະນະປະສານງານຊຸກຍູ້ໂຄງການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ພ້ອມດ້ວຍທິມງານໂຄງການໄດ້ລົງເຄື່ອນໄຫວເກັບກໍາຂໍ້ມູນ ແລະ ຊຸກຍູ້ວຽກງານໂຄງການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ຢູ່ທີ່ແຂວງ ໄຊຍະບູລີ.
ການລົງເຄື່ອນໄຫວໃນຄັ້ງນີ້, ໄດ້ມີພິທີເຊັນບົດບັນທຶກການປຶກສາຫາລືກໍານົດກິດຈະກໍາຂອງໂຄງການເປັນຕົ້ນ: ການສ້າງກອງທຶນບ້ານ ແລະ ກອງທຶນເມືອງສາມັກຄີແນວລາວສ້າງຊາດ, ການສົ່ງເສີມການຜະລິດກະສິກໍາເປັນສິນຄ້າ ແລະ ອື່ນໆ ລະຫວ່າງຄະນະຮັບຜິດຊອບປະສານງານຊຸກຍູ້ໂຄງການ ກັບ ແນວລາວສ້າງຊາດແຂວງ ໄຊຍະບູລີ ແລະ 4 ເມືອງຂອງແຂວງ ໄຊຍະບູລີ ຄື: ເມືອງ ໄຊສະຖານ, ເມືອງ ໄຊຍະບູລີ, ເມືອງ ພຽງ, ເມືອງ ແກ່ນທ້າວ.