ວັກຊິນປ້ອງກັນໂຄວິດ-19 ຈາກ ສປ ຈີນ 300.000 ໂດສ ມາຮອດ ສປປ ລາວແລ້ວ
ຂປລ. ວັກຊິນປ້ອງກັນພະຍາດໂຄວິດ-19 ຈຳນວນ 300.000 ໂດສ ທີ່ໄດ້ຮັບການຊ່ວຍເຫລືອລ້າຈາກລັດຖະ
ບານ ສປ ຈີນ ເຊິ່ງເປັນຮອບທີສອງ ໄດ້ມາຮອດສະໜາມ ບິນສາກົນວັດໄຕ ນະຄອນຫລວງວຽງຈັນແລ້ວ ໃນເວລາ 00:53 ໂມງ ຂອງວັນທີ 8 ກຸມພາ 2021 ດ້ວຍຖ້ຽວບິນພິເສດ ເຊິ່ງໃຫ້ກຽດຕ້ອນຮັບໂດຍ ທ່ານ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ຈຽງຈ້າຍຕົງ ເອກອັກຄະລັດຖະທູດຈີນ ປະຈຳລາວ ພ້ອມດ້ວຍບັນດາພາກສ່ວນທີ່ກ່ຽວຂ້ອງ ໂດຍຈະມີພິທີມອບຮັບຢ່າງເປັນທາງການ ໃນຕອນເຊົ້າມື້ນີ້.
ສຳລັບຮອບທີ 1 ລັດຖະບານ ສປ ຈີນ ໄດ້ໃຫ້ການຊ່ວຍ ເຫລືອແລ້ວ ຈໍານວນ 2.000 ໂດສ.