ສູນກາງແນວລາວສ້າງຊາດ

Lao Front For National Development

ສຍ ສນຊ ສຳເລັດກອງປະຊຸມສາມັນ ຄັ້ງທີ 2 ສະໄໝທີ XIV

ກອງປະຊຸມສາມັນ ຄັ້ງທີ 2 ສະໄໝທີ XIV ຂອງສະຫະພັນແມ່ຍິງ ສູນກາງແນວລາວສ້າງຊາດ(ສຍ ສນຊ) ໄດ້ໄຂຂຶ້ນໃນວັນທີ 22 ມີນາ 2022 ທີ່ສູນກາງແນວລາວສ້າງຊາດ ໂດຍການເປັນປະທານ ຂອງທ່ານ ນາງ ແພງພັນ ບຸບຜາພອນ ຄະນະພັກ, ຫົວໜ້າກົມໂຄສະນາ, ປະທານສະຫະພັນແມ່ຍິງ ສູນກາງແນວລາວສ້າງຊາດ; ເປັນກຽດເຂົ້າຮ່ວມມີ ທ່ານ ເຍ່ຍເກີຢ່າ ໜໍຈໍຈົງຕົວ ຄະນະປະຈຳພັກ, ຮອງປະທານສູນກາງແນວລາວສ້າງຊາດ ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ; ມີຮອງປະທານສູນກາງແນວລາວສ້າງຊາດ, ຕາງໜ້າຈາກຫ້ອງການ, ບັນດາກົມ, ສູນຝຶກອົບຮົມ ແລະ ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍສະມາຊິກແມ່ຍິງອ້ອມຂ້າງ ສູນກາງແນວລາວສ້າງຊາດ ເຂົ້າຮ່ວມ.

ກອງປະຊຸມ, ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານ ຂອງສະຫະພັນແມ່ຍິງ ສູນກາງແນວລາວສ້າງຊາດ ປະຈຳປີ 2021 ທີຜ່ານມາ ແລະ ທິດທາງແຜນການປະຈຳປີ 2022 ເຊິ່ງໄດ້ຍົກໃຫ້ເຫັນຜົນງານດ້ານດີ-ຜົນສຳເລັດ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້; ໄດ້ຜ່ານຮ່າງບົດສະຫຼຸບວຽກງານກອງທຶນຂອງຄະນະສະຫະພັນແມ່ຍິງ ສູນກາງແນວລາວສ້າງຊາດ. ຈາກນັ້ນ, ກໍ່ໄດ້ມີການປະກອບຄຳຄິດຄຳເຫັນແລກປ່ຽນຢ່າງກົງໄປກົງມາສ້າງສັນ. ໂອກາດນີ້, ສະຫະພັນແມ່ຍິງ ສູນກາງແນວລາວສ້າງຊາດ ກໍ່ໄດ້ຮັບໃບຢັ້ງຢືນທຸງໄຊ ແມ່ຍິງ 3 ດີ, ມອບໃບຍ້ອງຍໍໃຫ້ຄະນະພັກສູນກາງແນວລາວສ້າງຊາດ, ມອບໃບຍ້ອງຍໍໜ່ວຍແມ່ຍິງ 3 ດີໃຫ້ 6 ໜ່ວຍ ແລະ ສະມາຊິກແມ່ຍິງ 3 ດີ 59 ທ່ານ. ກອງປະຊຸມໄດ້ຜ່ານເນື້ອໃນຂໍ້ແຂ່ງຂັນ 3 ດີພ້ອມທັງຕາງໜ້າແຕ່ລະໜ່ວຍຂຶ້ນມາຈັບມືແຂ່ງຂັນ ປີ 2022, ໄດ້ຮັບຟັງການເຜີຍແຜ່ມະຕິກອງປະຊຸມວິສາມັນ ຄົບຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ແລະ ແຜນການດຳເນີນງານ ສູນກາງສະຫະພັນແມ່ຍິງລາວ.

ໃນກອງປະຊຸມທີ່ມີຄວາມໝາຍສຳຄັນນີ້, ທ່ານ ຄຳເຜີຍ ບຸດດາວຽງ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງປະທານສູນກາງແນວລາວສ້າງຊາດ ໄດ້ໃຫ້ກຽດໂອ້ລົມ ເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ ສຍ ສນຊ ຍາດມາໄດ້ໃນຕະຫຼອດໄລຍະທີ່ຜ່ານມາ ອັນພົ້ນເດັ່ນແມ່ນຂະບວນການ 3 ດີ ແລະ ວຽກງານກອງທຶນຊ່ວຍເຫຼືອກັນ ແລະ ທ່ານໄດ້ເນັ້ນ 6 ເນື້ອໃນສຳຄັນເປັນຕົ້ນ: 1) ໃຫ້ສືບຕໍ່ສຶກສາຄົ້ນຄວ້າແນວທາງນະໂຍບາຍຂອງພັກ-ລະບຽກົດໝາຍຂອງລັດ ແລະ ຂອງອົງການແນວລາວສ້າງຊາດ ໂດຍສະເພາະ 5 ແຜນງານ, 41 ໂຄງການ ຕິດພັນກັບ 4 ການຫັນປ່ຽນໃໝ່ໃນວຽກງານແນວໂຮມ; 2) ໃຫ້ສືບຕໍ່ເອົາໃຈໃສ່œສຶກສາຄົ້ນຄວ້າ, ຍົກລະດັບຄວາມຮູ້ຄວາມສາມາດ, ຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດ ແລະ ມູນເຊື້ອອັນດີງາມຂອງແມœຍິງລາວ, ສຶກສາອົບຮົມລູກຫຼານໃຫເປັນຄົນດີຂອງສັງຄົມ; 3) ສືບຕໍ່ພັດທະນາ ແລະ ສ້າງຄວາມເຂັ້ມແຂງທາງດ້ານການເງິນໃຫ້ອົງກອນຂອງຕົນເອງ ໂດຍການຂຸດຄົ້ນທ່າແຮງທີ່ມີໂດຍສະເພາະກອງທຶນຂອງສະຫະພັນແມ່ຍິງທີ່ມີແລວ, ສືບຕໍ່ເສີມຂະຫຍາຍໃຫ້ກວ້າງກວ່າເກົ່າ ເພື່ອສາມາດແກໄຂຄວາມຫຍຸ້ງຍາກຂອງແມ່ຍິງພາຍໃນສູນກາງແນວລາວສ້າງຊາດ; 4) ສືບຕໍ່່ພັດທະນາອົງການຈັດຕັ້ງຂອງຕົນ ໃຫ້ໜັກແໜ້ນ ເຂັ້ມແຂງເພື່ອສ້າງເປັນກຳລັງແຮງ, ເປັນເສນາທິການໃຫ້ແກ່œຄະນະພັກ ໃນການສ້າງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ຈັດຕັ້ງປະຕິບັດເນື້ອໃນຂໍ້ແຂœງຂັນ 3 ດີຂອງແມ່œຍິງລາວ ຕິດພັນກັບການຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ ຂອງລັດຖະບານ ເຊິ່ງຖືວ່າອັນນີ້ເປັນໜ້າທີ່, ພັນທະ ແລະ ຄວາມຮັບຜິດຊອບ ຂອງພົນລະເມືອງລາວທຸກຄົນ; 5) ປະສານສົມທົບກັບສະຫະພັນແມ່ຍິງບັນດາກະຊວງ-ອົງການ ແລະ ຂັ້ນທ້ອງຖິ່ນໃນການເຄື່ອນໄຫວຊຸກຍູ້ສ້າງຂະບວນການພັດທະນາເສດຖະກິດ-ສັງຄົມແກ້ໄຂຄວາມທຸກຍາກ ຕາມ 4 ຮ່ວມ; 6) ສະມາຊິກສະຫະພັນແມœຍິງທຸກຄົນຕ້ອງສືບຕໍ່ອະນຸລັກຮັກສາ ແລະ ສົ່ງເສີມວັດທະນະທໍາ-ຮີດຄອງປະເພນີອັນດີງາມ ໃຫ້ຢູ່ຄຽງຄູ່ກັບຊາດລາວຕະຫຼອດໄປ ແລະ ໃຫ້ມີຄວາມສາມັກຄີປອງດອງເປັນປຶກແຜ່ນແໜ້ນໜາ ຊ່ວຍເຫຼືອເຊິ່ງກັນ ແລະກັນ ແລະພ້ອມກັນຝຶກຝົນຕົນເອງຕາມ 4 ຄຸນລັກສະນະຂອງພະນັກງານແນວລາວສ້າງຊາດ.

info@lfnd.org.la | 021 213754 | (856-21) 453191