ສູນກາງແນວລາວສ້າງຊາດ

Lao Front For National Development

ສນຊ ຈັດກອງປະຊຸມປຶກສາຫາລືການເຊື່ອມຊືມມະຕິ 108/ ກມສພ

ວັນທີ່ 5 ມິຖຸນາ 2020 ນີ້, ສູນກາງການແນວລາວສ້າງຊາດ (ສນຊ), ໄດ້ຈັດກອງ ປະຊຸມປຶກສາຫາລືການເຊື່ອມຊືມມະຕິ 108/ກມສພ ວ່າດ້ວຍວຽກງານແນວໂຮມ ແລະ ວຽກ ງານມະຫາຊົນ ຂອງພັກໃນໄລຍະໃໝ່ໂດຍການເປັນປະທານຂອງສະຫາຍ ປອ. ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ເລຂາຄະນະພັກ ປະທານສູນກາງແນວ ລາວສ້າງຊາດ ໂດຍມີບັນດາທ່ານຮອງປະທານສູນກາງແນວລາວສ້າງຊາດ, ຕາງໜ້າ ຄະ ນຳສູນກາງສະຫະພັນກຳມະບານລາວ, ສູນກາງສະຫະພັນແມ່ຍິງລາວ, ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ ທີສູນກາງແນວລາວສ້າງຊາດ.
ໃນກອງປະຊຸມຄັ້ງນີ້,ທ່ານປະທານກອງປະຊຸມໄດ້ມີຄຳເຫັນເຈາະຈີ້ມໃຫ້ບັນດາສະຫາຍ ທີ່ເຂົ້າຮ່ວມກອງປະຊຸມມີຄຳເຫັນຕໍ່ກັບຮູບແບບການເຜີຍແຜ່ມະຕິດັ່ງກ່າວໃຫ້ເປົ້າໝາຍຕ່າງໆທັງສູນກາງ ແລະ ທ້ອງຖີ່ນຢ່າງກ້ວາງຂວາງ ແລະ ເລີກເຊິ່ງ ເປັນແມ່ນການຝຶກອົບຮົມ ແລະ ໂຄສະນາຜ່ານສື່ຕ່າງໆ ຂອງພັກ-ລັດ ແລະ ສື່ຂອງແຕ່ລະອົງການໃຫ້ມີຫຼາຍສີສັນ.

 

info@lfnd.org.la | 021 213754 | (856-21) 453191