ທີ່ຫ້ອງປະຊຸມກາງຂອງສູນຝຶກອົບຮົມ ສູນກາງແນວລາວສ້າງຊາດ(ສນຊ) ໃນຕອນເຊົ້າວັນທີ 31 ມັງກອນ 2020 ນີ້, ໄດ້ມີພິທີມອບຮັບໜ້າທີ່ຫົວໜ້າສູນຝຶກອົບຮົມ ສນຊ ລະຫວ່າງທ່ານ ປອ ບຸນຈອມ ວົງເພັດ (ຜູ້ເກົ່າ) ແລະ ທ່ານ ສຸລິປັນຍາ ລາ ຊະສົມບັດ ຮັກສາການຫົວຫນ້າສູນຝຶກອົບຮົມ (ຜູ້ໃໝ່), ເປັນກຽດເຂົ້າຮ່ວມໂດຍທ່ານ ຄໍາຫລ້າ ລິ້ງນະສອນ ຄະນະພັກ, ຮອງປະທານ, ຜູ້ຊີ້ນໍາວຽກງານຈັດຕັ້ງ, ພັກພະນັກງານ ສນຊ, ມີຄະນະພັກ, ຄະນະປະຈໍາ, ຫົວໜ້າ_ຮອງຫົວໜ້າບັນດາກົມ, ຫ້ອງການ, ສູນຝຶກອົບຮົມ ເຂົ້າຮ່ວມ.
ໃນພິທີໄດ້ຮັບຟັງການສະຫລຸບລາຍງານວຽກງານຂອງສູນຝຶກອົບຮົມໄລຍະຜ່ານມາຈາກທ່ານ ຫົວໜ້າສູນ ຜູ້ເກົ່າ, ຈາກນັ້ນມີພິທີເຊັນມອບ_ຮັບຫນ້າທີ່ຢ່າງເປັນທາງການ.
ໃນໂອກາດນີ້, ທ່ານຄໍາຫລ້າ ລິ້ງນະສອນ ໄດ້ຕາງໜ້າຄະນະນໍາ ສນຊ ມອບຊໍ່ດອກໄມ້ໃຫ້ທ່ານ ປອ ບຸນຈອມ ວົງເພັດ ແລະ ທ່ານ ສົມລິດ ຮອງຫົວຫນ້າກົມຊົນເຜົ່າ ທີ່ໄດ້ຮັບນະໂຍບາຍພັກຜ່ອນບໍານານ ແລະ ທ່ານຍັງໃຫ້ກຽດໂອ້ລົມຕໍ່ພິທີຕື່ມອີກ.
