ໃນວັນທີ 2 ກໍລະກົດ 2020 ນີ້, ທີ່ສູນກາງແນວລາວສ້າງຊາດ ໄດ້ຈັດພິທີ ຮັບສະມາຊິກພັກ ໃໝ່ ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ເຍ່ຍເກີຢ່າ ໜໍຈໍຈົ້ງຕົວ ຮອງປະທານ ສູນກາງແນວລາວສ້າງຊາດ (ຜູ້ຊີ້ນໍາວຽກງານຊັ້ນຄົນ-ອົງການຈັດຕັ້ງທາງສັງຄົມ) ມີບັນດາສະຫາຍ ຫົວໜ້າ-ຮອງຫົວໜ້າກົມ, ສູນຝຶກອົບຮົມ ແລະ ສະມາຊິກພັກຂອງໜ່ວຍພັກກົມຊັ້ນຄົນ-ອົງການຈັດຕັ້ງທາງສັງຄົມເຂົ້າຮ່ວມ.
ສະຫາຍ ເຍ່ຍຢ່າ ໜໍ່ຈໍ່ຈົ້ງຕົວ ໃຫ້ຮູ້ວ່າ:
ພິທີເລື່ອນສະມາຊິກພັກສໍາຮອງເປັນສະມາຊິກພັກສົມບູນຂອງຊັ້ນຄົນ-ອົງການຈັດຕັ້ງທາງສັງຄົມ ໃນຄັ້ງນີ້, ໂດຍຜ່ານໄລຍະການຝຶກຝົນຫຼໍ່ຫຼອມ ໄດ້ປະຕິບັດຕາມມາດຖານເງື່ອນໄຂຂອງສະມາຊິກພັກ ຜ່ານມາເຫັນວ່າທັງສອງສະຫາຍມີຄວາມບຸກບືນ ສູ້ຊົນຝຶກຝົນຫລໍ່ຫລອມຕົນເອງຢ່າງຕັ້ງໜ້າ ມີຄວາມຫ້າວຫັນ ແລະ ໜັກແໜ້ນ ໂດຍເປັນເປົ້າໝາຍອັນສຳຄັນຂອງການຂະຫຍາຍສະມາຊິກພັກແມ່ນແນໃສ່ເພີ່ມກຳລັງແຮງເຂົ້າໃນຖັນແຖວສະມາຊິກພັກ-ພະນັກງານ ໂດຍສະເພາະແມ່ນກຳລັງແຮງຫນຸ່ມນ້ອຍສືບທອດ ທີ່ມີຄວາມຮູ້ຄວາມສາມາດ ມີຄວາມໜັກແໜ້ນທາງດ້ານການເມືອງ ຈາກ ການຢັ້ງຢືນຂອງຄະນະພັກຂັ້ນເທິງເຫັນວ່າ ສະມາຊິກພັກໃໝ່ ຈຳນວນ 2 ສະຫາຍນີ້ ແມ່ນມີຄຸນທາດການເມືອງດີ ມີຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນວິທີເຮັດວຽກ ທີ່ປອດໃສຂາວສະອາດ ແລະ ທ່ານໄດ້ໃຫ້ຮູ້ຕື່ມວ່າ: ພັກປະຊາຊົນປະຕິວັດລາວແມ່ນອົງການເສນາທິການທາງການເມືອງ, ເປັນການຈັດຕັ້ງສູງສຸດທີ່ເປັນຕົວແທນໃຫ້ແກ່ສິດຜົນປະໂຫຍດຂອງຊົນຊັ້ນກໍາມະກອນ, ຊາວຜູ້ອອກແຮງງານບັນດາເຜົ່າ ແລະ ນັກຮຽນຮູ້ປັນຍາຊົນ, ເປັນແກ່ນນໍາໃນການຈັດຕັ້ງນໍາພາທີ່ເປັນເອກະພາບທາງດ້ານການເມືອງ, ເສດຖະກິດ-ສັງຄົມ ຂອງທຸກການຈັດຕັ້ງໃນລະບົບການເມືອງ, ແນ່ໃສ່ປະຕິບັດເປັນເຈົ້າ, ປົກປ້ອງສິດຜົນປະໂຫຍດອັນຊອບທໍາ ແລະ ປະຕິບັດໃຫ້ຖືກຕ້ອງຕາມລະບຽບກົດໝາຍຂອງປວງຊົນລາວທັງຊາດ.