ສູນກາງແນວລາວສ້າງຊາດ

Lao Front For National Development

ສນຊ ທາບທາມບຸກຄະລາກອນພະນັກງານນຳພາ-ຄຸ້ມຄອງ ຂັ້ນສູນກາງ​ຄຸ້ມຄອງ​ ຮອບທີ 1.

 

ສນຊ ສືບຕໍ່ຈັດຕັ້ງປະຕິບັດຕາມມະຕິ ເລກທີ 032/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ແລະ ຄໍາແນະນໍາ 292/ຄຈສພ, ລົງວັນທີ 26 ເມສາ 2018 ກ່ຽວກັບການຈັດຕັ້ງປະຕິບັດມະຕິຂອງກົມການເມືອງສູນກາງພັກ​ ວ່າດ້ວຍວຽກງານສ້າງແຜນກໍານົດພະນັກງານນໍາພາຄຸ້ມຄອງ.​ ດັ່ງນັ້ນ, ສູນກາງແນວລາວສ້າງຊາດ (ສນຊ) ຈຶ່ງໄດ້ຈັດກອງປະຊຸມທາບທາມບຸກຄະລາກອນນໍາພາຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງ ຮອບທີ 1 ຂຶ້ນໃນວັນທີ 28 ພະຈິກ 2022 ທີ່ສູນກາງແນວລາວສ້າງຊາດ ໂດຍການເປັນປະທານຂອງ ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກປະທານ ສູນກາງແນວລາວສ້າງຊາດ, ມີບັນດາທ່ານຄະນະປະຈໍາພັກ-ຄະນະພັກ,​ອະດີດ​ຮອງປະທານ ​ສນຊ, ຮອງຫົວໜ້າຄະນະຈັດຕັ້ງພັກ ພ້ອມດ້ວຍພະນັກງານ-ລັດຖະກອນ ສນຊ ເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງບົດສະຫລຸບຕີລາຄາການຈັດຕັ້ງຜະຕິບັດວຽກງານດັ່ງກ່າວໄລຍະປີ 2019-2022​ ແລະ​ ທິດທາງ​ 2023-2027 ຈາກ ທ່ານ​ ຄໍາ​ຢາດ ​ລາດຊະດາວົງ ຫົວໜ້າກົມຈັດຕັ້ງ-ພະນັກງານ ​ສນຊ, ຮັບຟັງຄໍາເຫັນແນະນໍາບາງເນື້ອໃນທີ່ຄວນເອົາໃຈໃສ່ ໃນການທາບທາມຄັ້ງນີ້, ​ຊຶ່ງມາດຖານ ແລະ ເງື່ອນໄຂຕ່າງໆ ຂອງແຕ່ລະຂັ້ນ ແມ່ນໄດ້ກຳນົດລັກສະນະສືບທອດປ່ຽນແທນຕໍ່ເນື່ອງໃນສະເພາະໜ້າ ແລະ ຍາວນານ; ເພື່ອເປັນການກະກຽມບຸກຄະລາກອນໃນລັກສະນະເປີດກວ້າງ ເພື່ອໃຫ້ມີແຫຼ່ງເລືອກເຟັ້ນພະນັກງານນໍາພາ-ຄຸ້ມຄອງຕອບສະໜອງທາງດ້ານປະລິມານ ແລະ ຄຸນນະພາບ, ແນໃສ່ກໍ່ສ້າງ-ບໍາລຸງ, ສັບຊ້ອນ ຈັດວາງຢ່າງເໝາະສົມ​ກັບໂຄງປະກອບບຸກຄະລາກອນໃຫ້ຄົບຊຸດ (ເພດ,​ເຜົ່າ,​ຮຸ່ນຄົນ)​ ຕາມຄວາມຮຽກຮ້ອງຕ້ອງການຂອງບັນດາຕໍາແໜ່ງງານນໍາພາ-ຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງ​ ຊຶ່ງການທາບທາມຄັ້ງນີ້ຈະດຳເນີນເປັນ 3 ຮອບ​ ຈົນເຖິງວັນທີ 30​ ພະຈິກ​ 2022 ​ຈິ່ງ​ສໍາເລັດ.​

ບກ: ພ ບຸບຜາ

ຂ່າວ-ພາບ: ສຸວັນລີ

info@lfnd.org.la | 021 213754 | (856-21) 453191