ປະຕິບັດຕາມ ຄໍາສັ່ງເລກທີ 03/ນຍ, ລົງວັນທີ 9/2/2018 ວ່າດ້ວຍການປັບປຸງຄຸນະພາບການເຄື່ອນໄຫວຂອງກົງຈັກການຈັດຕັ້ງ ແລະ ແນວທາງນະໂຍບາຍຂອງພັກ – ລັດວ່າດ້ວຍກະສຽນບໍານານ ແລະ ສ້າງພະນັກງານສືບທອດປ່ຽນແທນ ວັນທີ 24 ມັງກອນ 2020 ຜ່ານມານີ້, ສູນກາງແນວລາວສ້າງຊາດ (ສນຊ) ໄດ້ປະກາດການປັບປຸງສັບຊ້ອນ, ເລື່ອນຕໍາແໜ່ງງານ ແລະ ນະໂຍບາຍບໍານານ 2 ທ່ານຄື: ທ່ານ ປອ. ບຸນຈອມ ວົງເພັດ ຫົວໜ້າສູນຝຶກອົບຮົມ, ທ່ານ ສົມລິດ ຮອງຫົວໜ້າກົມຊົນເຜົ່າ; ປະກາດເລື່ອນຕໍາແໜ່ງ ທ່ານ ສົມສັກ ພົມປັນຍາ ຂຶ້ນເປັນຮອງຫົວໜ້າກົມຈັດຕັ້ງ, ທ່ານ ສຸດໃຈ ລາດສະວົງ ຂຶ້ນເປັນຮອງຫົວໜ້າກົມຊັ້ນຄົນ – ອົງການຈັດຕັ້ງສັງຄົມ, ທ່ານ ນ. ໄຊທິດາ ພົມວິຫານ ຂຶ້ນເປັນຮອງຫົວໜ້າຫ້ອງການ; ທ່ານ ສຸລິປັນຍາ ລາຊາສົມບັດ ຮັກສາການສູນຝຶກອົບຮົມ; ສັບຊ້ອນບ່ອນປະຈໍາການ ແລະ ເລື່ອນຕໍາແໜ່ງຂັ້ນພະແນກຈໍານວນໜຶ່ງ ຕາມຂໍ້ຕົກລົງຂອງຂັ້ນເທິງ; ໂຮມ 3 ພະແນກເປັນພະແນກດຽວຄື: ພະແນກແຜນການ, ພະແນກການເງິນ ແລະ ພະແນກກອງທຶນ ເປັນພະແນກດຽວຄື: ພະແນກແຜນການ-ການເງິນ.
ພິທີປະກາດການຈັດຕັ້ງ, ຮັບນະໂຍບາຍບໍານານ ແລະ ເລື່ອນຕໍາແໜ່ງບໍລິຫານ, ຮັບນະໂຍບາຍຄັ້ງນີ້, ທ່ານ ຄໍາໃບ ດໍາລັດ ກໍາມະການສູນກາງພັກ ຮອງປະທານ ສນຊ ໄດ້ເປັນກຽດເຂົ້າຮ່ວມ ແລະ ມີບັນດາທ່ານຮອງປະທານ ສນຊ, ຫົວໜ້າ-ຮອງຫົວໜ້າກົມ, ຫ້ອງການ, ສູນຝຶກອົບຮົມ ແລະ ພະນັກງານທັງໝົດເຂົ້າຮ່ວມ.
ທ່ານ ຄໍາໃບ ດໍາລັດ ໄດ້ມີຄໍາເຫັນໂອ້ລົມ ເຊີ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຜົນງານການປະກອບສ່ວນວຽກງານຂອງບັນດາທ່ານທີ່ໄດ້ຮັບນະໂຍບາຍບໍານານຕະຫຼອດໄລຍະຜ່ານມາ, ໄດ້ນໍາວຽກງານຂອງຕົນຕາມພາລະບົດບາດມີຜົນງານ-ຜົນສໍາເລັດຫຼາຍດ້ານໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ຕໍ່ກັບບັນດາທ່ານທີ່ຖືກແຕ່ງຕັ້ງເລື່ອນຕໍາແໜ່ງ, ສັບຊ້ອນນັ້ນກໍ່ແມ່ນກົດເກນໜຶ່ງແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງກົງຈັກ ແລະ ນໍາພາຂອງພັກໃນການແບ່ງຄວາມຮັບຜິດຊອບ, ການສ້າງພະນັກງານສືບທອດປ່ຽນແທນ ແລະ ໃນໂອກາດນີ້, ທ່ານໄດ້ເນັ້ນໃຫ້ສະມາຊິກພັກພະນັກງານ ສນຊ ສືບຕໍ່ຍົກສູງຄວາມຮັບຜິດຊອບຂອງຕົນ, ຄວາມເປັນເອກະພາບພາຍໃນ, ສາມັກຄີຮັກແພງຊ່ວຍເຫຼືອກັນປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ມີຜົນສໍາເລັດ.
ໃນໂອກາດນີ້, ທ່ານ ຄໍາໃບ ດໍາລັດ ຮອງປະທານ ສນຊ ຍັງໄດ້ຕາງໜ້າຄະນະຫົວໜ້າຄະນະຮັບຜິດຊອບ 3 ສ້າງ ສນຊ ມອບເງິນສົດໃຫ້ແນວລາວສ້າງຊາດ 148 ເມືອງທົ່ວປະເທດ ຈໍານວນ 296 ລ້ານກີບ ເພື່ອປະກອບສ່ວນຊຸກຍູ້ວຽກງານຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຂອງແນວລາວສ້າງຊາດ ຕິດພັນກັບ 3 ສ້າງຂອງພັກ-ລັດ.
