ສູນກາງແນວລາວສ້າງຊາດ ໄດ້ຈັດພິທີປາຖະກະຖາມູນເຊື້ອກອງທັບປະຊາຊົນລາວ ຄົບຮອບ 68 ປີ ແລະ ວິລະກໍາຂອງກອງຮ້ອຍຫີນເພັດວິລະຊົນແຫ່ງຊາດຂຶ້ນ ໃນວັນທີ 14 ກຸມພາ 2017 ນີ້, ທີຫ້ອງປະຊຸມສູນກາງແນວລາວສ້າງຊາດ.
ເປັນກຽດເຂົ້າຮ່ວມມີບັນດາທ່ານຮອງປະທານ ສນຊ, ຄະນະປະຈໍາ ສນຊ, ຄະນະກໍາມະການສູນກາງແນວລາວສ້າງຊາດອ້ອມຂ້າງສູນກາງ ແລະ ມີບັນດາທ່ານຕາງໜ້າອົງການຈັດຕັ້ງພາຄີ, ຫົວໜ້າກົມ, ຮອງຫົວໜ້າກົມຕະຫຼອດຮອດພະນັກງານ-ລັດຖະກອນ ເຂົ້າຮ່ວມຮັບຟັງ.
ໃຫ້ກຽດປາຖະກະຖາໂດຍທ່ານ ພົ/ວ ທອງເຄນ ອ່ອນດາວົງ ພະນັກງານປະຕິວັດ-ອາວຸໂສບຳນານ, ອາດີດຮອງປະທານສະຫະພັນນັກຮົມເກົ່າແຫ່ງຊາດ ເຊິ່ງທ່ານໄດ້ໃຫ້ຮູ້ວ່າ: ຜ່ານຂະບວນວິວັດແຫ່ງການຕໍ່ສູ້ຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນໍາພາຂອງພັກໃນທຸກບາດກ້າວເດີນຂອງພາລະກິດຕໍ່ສູ້ປະຕິວັດບົນເສັ້ນທາງອັນລະອິດລະອ້ຽວ, ລໍາບາກ, ຍາວນານ ແລະ ເຕັມໄປດ້ວຍການເສຍສະຫຼະອັນໃຫຍ່ຫຼວງນັ້ນ ລ້ວນແຕ່ຕິດພັນກັບການເຄື່ອນໄຫວສູ້ຮົບທີ່ອົງອາດກ້າຫານຂອງກອງທັບປະຊາຊົນລາວ; ໃນໄລຍະດັ່ງກ່າວມີຫຼາຍກົມກອງນັບທັງກໍາລັງຫຼວງ ແລະ ທ້ອງຖິ່ນ ສ້າງໄດ້ຜົນງານທີດີເດັ່ນປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ປະເທດຊາດຢ່າງສົມກຽດ. ໃນນັ້ນ, ກອງຮ້ອຍ 2 ( ກອງຮ້ອຍຫີນເພັດ) ປ້ອງກັນສໍານັກງານແນວລາວສ້າງຊາດ ທີ່ປະຈໍາຢູ່ນະຄອນຫຼວງວຽງຈັນ, ແມ່ນພາກສ່ວນໜຶ່ງຂອງກອງ ທັບປະຊາຊົນລາວ ທີ່ມີຜົນງານດີເດັ່ນໃນການເຮັດໜ້າປ້ອງກັນລັດຖະບານປະສົມ ຄັ້ງທີ 2, ປ້ອງກັນຜູ້ຕ່າງໜ້າແນວລາວຮັກຊາດ ແລະ ຄະນະຜູ້ແທນຂອງແນວລາວຮັກຊາດ ທີ່ເຂົ້າມາເຈລະຈາແຕ່ລະຄັ້ງໄຫ້ມີຄວາມປອດໄພ.
ຕະຫຼອດໄລຍະ 12 ປີ (1962-1974) ທີ່ກອງຮ້ອຍ 2 ( ກອງຮ້ອບຫີນເພັດ) ປ້ອງກັນຜູ້ນໍາປະຈຳສຳນັກງານຜູ້ຕາງໜ້າແນວລາວຮັກຊາດ ປະຈໍາຢູ່ນະຄອນຫຼວງວຽງຈັນ ໄດ້ຮັກສາມູນເຊື້ອມຂອງກອງທັບເຮົາເປັນຢ່າງດີ, ມີຄວາມຈົງຮັກພັກດີຕໍ່ພັກ-ປະເທດຊາດ ຢ່າງສຸດຂີດ, ມີນໍ້າໃຈສູ້ຮົບພິລະອາດຫານບໍ່ຄອນແຄນຕໍ່ການປິດລ້ອມອ້ອມຕີ, ນາບຂູ່ຂອງສັດຕູ້ຢ່າງເດັດຂາດ, ມີນໍ້າໃຈອົດທົນ, ເດັດດ່ຽວໜຽວແໜ້ນຜ່ານຜ່າຄວາມຫຍຸ້ງຍາກນາໆປະການ, ເຮັດສໍາເລັດທຸກໜ້າທີ່, ຕີຊະນະທຸກກົນອຸບາຍເລລຽມ, ທໍາລາຍມ້າງເພຂອງສັດຕູໃຫ້ປະລາໄຊ, ປ້ອງກັນຜູ້ນໍາເຮົາໃຫ້ມີຄວາມປອດໄພຮ້ອຍສ່ວນຮ້ອຍ. ດັ່ງນັ້ນ, ກອງຮ້ອຍ 2 ( ກອງຮ້ອບຫີນເພັດ) ປ້ອງກັນຜູ້ນໍາເຮົາປະຈໍາຢູ່ນະຄອນຫຼວງວຽງຈັນ ສົມແລ້ວທີ່ພັກ ແລະ ລັດເຮົາໃຫ້ນາມມະຍົດ ເປັນກອງຮ້ອຍຫີນເພັດວິລະຊົນຂອງຊາດລາວວິລະຊົນ.