ສູນກາງແນວລາວສ້າງຊາດ(ສນຊ) ຈັດພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 66 ປີ ແລະ ວັນຄຽດແຄ້ນຂອງປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະ ວັນເສຍສະຫຼະຊີວິດ ເພື່ອປະເທດຊາດ ຄົບຮອບ 75 ປີ ຂຶ້ນໃນວັນທີ 16 ມີນາ 2021 ທີ່ ສນຊ, ເປັນກຽດປາຖະກະຖາໂດຍ ທ່ານ ນາງ ຄຳຈັນ ພົມແສງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ, ມີບັນດາທ່ານຄະນະປະຈຳ, ຫົວໜ້າ-ຮອງຫົວໜ້າກົມ, ຫ້ອງການ ແລະ ສູນຝຶກອົບຮົມ ພ້ອມດ້ວຍພະນັກງານລັດຖະກອນ ອ້ອມຂ້າງ ສນຊ ເຂົ້າຮ່ວມ.
ໃນພິທີ, ທ່ານ ຮອງປະທານ ສນຊ ໄດ້ຫວນຄືນປະຫວັດການກຳເນີດ, ການເຕີບໃຫຍ່ຂະຫຍາຍຕົວ ແລະມູນເຊື້ອອັນສະຫງ່າລາສີ ຂອງພັກປະຊາຊົນປະຕິວັດລາວ ຕະຫຼອດໄລຍະ 66 ປີທີ່ຜ່ານມາ ໂດຍຜ່ານ 3 ໄລຍະປະຫວັດສາດ ຄື: ໄລຍະຕໍ່ສູ້ປົດປ່ອຍຊາດ, ໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດ ແລະ ໄລຍະຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ ເຊິ່ງທ່ານໄດ້ໃຫ້ຮູ້ວ່າ ພັກປະຊາຊົນປະຕິວັດລາວສ້າງຕັ້ງຂຶ້ນໃນວັນທີ 22 ມີນາ 1955 ແລະ ໄດ້ຍົກໃຫ້ເຫັນເຖິງຜົນສຳເລັດແຫ່ງການຊີ້ນຳ-ນຳພາ ຂອງພັກປະຊາຊົນປະຕິວັດລາວ ແລະ ຕໍ່ສູ້ຢ່າງພິລະອາດຫານຕ້ານຈັກກະພັດພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ທີ່ເຂົ້າມາຮຸກຮານລາວ, ໄດ້ປະຕິບັດນະໂຍບາຍ 3 ບາດຄ້ອນຍຸດທະສາດ ໃນການລຸກຮື້ຂຶ້ນຢຶດອຳນາດທົ່ວປະເທດ ແບບບົວບໍ່ຊ້ຳ ນ້ຳບໍ່ຂຸ່ນ ແລະ ປະກາດສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນວັນທີ 2 ທັນວາ 1975. ພ້ອມກັນນີ້, ໄດ້ຫວນຄືນເຫດການປະຫວັດສາດ ແລະ ການຕໍ່ສູ້ຢ່າງພິລະອາດຫານ ຂອງທະຫານ ແລະ ປະຊາຊົນລາວບັນດາເຜົ່າ ຕ້ານພວກລ່າເມືອງຂຶ້ນຝຣັ່ງ ຢູ່ເມືອງທ່າແຂກ ເຊິ່ງເປັນວັນຄຽດແຄ້ນຂອງປະຊາຊົນລາວ, ໄດ້ກາຍເປັນເຫດການປະຫວັດສາດແຫ່ງການຕໍ່ສູ້ພິລະອາດຫານ ຂອງປະຊາຊົນລາວ ທີ່ໄດ້ຝັງເລິກຢູ່ໃນຫົວໃຈ ຂອງປະຊາຊົນລາວ ຢ່າງບໍ່ມີວັນລືມ ແລະ ກາຍເປັນກະແສຟອງປະຕິວັດ ກ້າວໄປສູ່ການປົດປ່ອຍຊາດ ຢ່າງສົມບູນ.
ພິທີປາຖະກະຖາຄັ້ງນີ້ ເພື່ອໃຫ້ສະມາຊິກພັກ, ພະນັກງານ ຂອງສູນກາງແນວລາວສ້າງຊາດ ໄດ້ຮັບຮູ້, ເຊື່ອມຊຶມ, ກຳໄດ້ປະຫວັດສາດ ແລະ ຈົດຈຳສອງວັນດັ່ງກ່າວ ຕະຫຼອດໄປ.