ສູນກາງແນວລາວສ້າງຊາດ

Lao Front For National Development

ສນຊ ຜັນຂະຫຍາຍເນື້ອໃນຈິດໃຈກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2022

      ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມຜັນຂະຫຍາຍເນື້ອໃນຈິດໃຈກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2022 ແລະ ປາຖະກະຖາວັນສ້າງຕັ້ງອົງການກວດກາພັກ-ລັດ  ຄົບຮອບ 41 ປີ ແລະ ສະຫຼຸບວຽກງານປ້ອງກັນຄວາມສະຫງົບ ສນຊ ປະຈໍາປີ  2022 ໂດຍການເປັນປະທານ ຂອງ ທ່ານ ຄໍາໄຫຼ ສີປະເສີດ ກໍາມະການສູນກາງພັກ ຮອງປະທານຜູ້ປະຈໍາການສູນກາງແນວລາວສ້າງຊາດ  ໃຫ້ກຽດເຂົ້າຮ່ວມ ມີຄະນະພັກ, ຄະນະປະຈໍາ, ກໍາມະການສູນກາງແນວລາວສ້າງຊາດ, ຄະນະທີ່ປຶກສາວຽກງານແນວລາວສ້າງຊາດ ແລະ  ພະນັກງານລັດຖະກອນ ຂອງ ສນຊ ໃນວັນທີ 2 ມິຖຸນາ 2023.

ໃນກອງປະຊຸມໄດ້ຮັບຟັງ ບົດສະລຸບຕີລາຄາວຽກງານກວດກາ ປະຈໍາປີ 2022 ແລະ ແຜນການປີ 2023 ຂອງກົມກວດກາສູນກາງແນວລາວສ້າງຊາດ, ບົດສະຫຼຸບຫຍໍ້ຂອງວຽກງານກວດກາທົ່ວປະເທດປະຈໍາປີ 2022 ແລະ ແຜນການປີ 2023 ຂອງຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ; ພ້ອມດຽວກັນນັ້ນ ທ່ານ ນາງ ສີພະຈັນ ນັນທະວົງສາ ຮອງປະທານຜູ້ຊີ້ນໍາວຽກງານກວດກາ ໄດ້ຂຶ້ນ ປາຖະກະຖາວັນສ້າງຕັ້ງອົງການກວດກາພັກ-ລັດ  ຄົບຮອບ 41 ປີ, ເຜີ່ຍແຜ່ ເນື້ອໃນ ບົດໂອ້ລົມ ຂອງ  ທ່ານ ປອ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານກວດກາອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕໍ່ຕ້ານການສໍ້ລາດບັງຫຼວງ ຂັ້ນສູນກາງຕໍ່ກອງປະຊຸມວຽກງານກວດກາທົ່ວປະເທດ  ແລະ  ເຜີ່ຍແຜ່ຄໍາແນະນໍາບາງບັນຫາໃນຄໍາສັ່ງເລກທີ 286∕ຄລສພ ກ່ຽວກັບການດໍາເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກແຕ່ລະຂັ້ນ ແລະ ນິຕິກໍາສໍາຄັນອີກຈໍານວນໜຶ່ງ, ໃນກອງປະຊຸມຍັງໄດ້ຮັບຟັງບົດສະຫຼຸບວຽກງານປ້ອງກັນຄວາມສະຫງົບ ສນຊ ປະຈໍາປີ  2022 ແລະ ມີການແລກປ່ຽນຄໍາເຫັນຈາກ ຄະນະທີ່ປຶກສາ, ກໍາມະການສູນກາງແນວລາວສ້າງຊາດ ຢ່າງກົງໄປກົງມາ.

ໂອກາດນີ້, ທ່ານ ປະທານກອງປະຊຸມໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານຂອງ ຄະນະກວດການຂອງສູນກາງແນວລາວສ້າງຊາດ ທີ່ໄດ້ເອົາໃຈໃສ່ ຕໍ່ວຽກງານຂອງຕົນໃຫ້ວຽກງານກວດກາຢູ່ແນວລາວສ້າງຊາດ ເຂັ້້ມແຂງ; ພ້ອມນັ້ນ,ໄດ້ຮຽກຮ້ອງໃຫ້ສືບຕໍ່ປະຕິບັດວຽກງານຕິດຕາມ, ກວດກາ, ການສະກັດກັ້ນການສໍ້ລາດບັງຫຼວງ, ວຽກງານປ້ອງກັນຄວາມສະຫງົບ ພາຍໃນສໍານັກງານສູນກາງແນວລາວສ້າງຊາດ ໃຫ້ມີປະສິດຕິພາບສູງຂຶ້ນ ເອົາໃຈໃສ່ເຊື່ອມຊຶມກໍາແໜ້ນບັນດານິຕິກໍາ ທີ່ພົວພັນເຖິງພາລະບົດບາດ ສິດ ແລະ ໜ້າທີ່ ໃຫ້ສອດຄ່ອງກັບການປະຕິບັດໜ້າທີ່ວຽກງານ, ມະຕິກອງປະຊຸມຂອງພັກ, ຂອງແນວລາວສ້າງຊາດ ແລະ ນິຕິກໍາກ່ຽວຂ້ອງກັບວຽກງານກວດກາ ໃຫ້ມີປະສິດທີພາບສູງຂຶ້ນ.

 

info@lfnd.org.la | 021 213754 | (856-21) 453191