ໃນວັນທີ 24 ຕຸລາ 2022 ນີ້, ກົມກວດກາ ສູນກາງແນວລາວສ້າງຊາດ ເປີດກອງປະຊຸມເຜີຍແຜ່ຄໍາສັ່ງແນະນໍາເລກທີ 169/ຄກສພ ວ່າດ້ວຍການເພີ່ມທະວີການນໍາພາ-ຊີ້ນໍາ ຕໍ່ການເຄື່ອນໄຫວວຽກງານກວດກາ ແລະ ແກ້ໄຂຜົນການກວດກາ ເປັນກຽດເຂົ້າຮ່ວມຂອງສະຫາຍ ຄໍາເຜີຍ ບຸດດາວຽງ ກໍາມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ, ສະຫາຍ ນາງ ສີພະຈັນ ນັນທະວົງສາ, ປະທານກວດກາພັກ-ລັດ ສູນກາງແນວລາວສ້າງຊາດ, ຮອງປະທານສູນກາງແນວລາວສ້າງຊາດ, ມີບັນດາສະຫາຍເລຂາ-ຮອງເລຂາໜ່ວຍພັກ ຫ້ອງການ, ກົມ, ສູນຝຶກອົບຮົມ ຕະຫຼອດຮອດສະມາຊິກພັກ, ພະນັກງານ-ລັດຖະກອນ ຂອງ ສນຊ ເຂົ້າຮ່ວມ.
ເພື່ອຮັບຟັງການເຜີຍແຜ່ເນື້ອໃນຈິດໃຈ ຄໍາສັ່ງແນະນຳ ຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 169/ຄລສພ, ລົງວັນທີ 15 ສິງຫາ 2022, ຜົນຂອງກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ IV ຂອງຄະນະກວດກາສູນກາງພັກ ແລະ ບົດສະຫຼຸບ ຕີລາຄາການເຄື່ອນໄຫວວຽກງານກວດກາ ປີ (2016-2020) ແລະ ທິດແຜນການ 5 ປີ (2021-2025) ຂອງຄະນະກວດກາສູນກາງແນວລາວສ້າງຊາດ.
ສະຫາຍ ຄໍາເຜີຍ ບຸດດາວຽງ ໄດ້ສະແດງຄວາມຊົມເຊີຍຕໍ່ຄະນະຮັບຜິດຊອບທີ່ໄດ້ຫາຫາງກະກຽມຜັນຂະຫຍາຍເນື້ອໃນຈິດໃຈກອງປະຊຸມຄັ້ງນີ້, ໂດຍສະເພາະແມ່ນກົມກວດກາ ສນຊ ທີ່ສາມາດຍາດໄດ້ຜົນງານອັນພົ້ນເດັ່ນໃນໄລຍະຜ່ານມາ ເຊິ່ງການຈັດຕັ້ງເຜີຍແຜ່ເຊື່ອມຊຶມກ່ຽວກັບການເພີ່ມທະວີວຽກງານຕິດຕາມກວດກາ ແມ່ນໜຶ່ງໃນພາລະບົດບາດ ແບບແຜນການນໍາພາຂອງພັກ ເປັນລະບຽບການ, ເປັນຫຼັກການພື້ນຖານ, ຈໍາເປັນໃນການປົກປ້ອງ-ປ້ອງກັນພັກ ເພື່ອສ້າງໃຫ້ພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ. ໃນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດໄດ້ໃຫ້ທັດສະນະວ່າ: “ບໍ່ມີການກວດກາກໍ່ໝາຍຄວາມວ່າບໍ່ມີການນໍາພາ” ແລະ ວາງທິດທາງແຜນການ ແຕ່ປີ 2021-2026 ທີ່ຕິດພັນກັບຄວາມຮັບຜິດຊອບສູງຂອງຄະນະກວດກາ ເພື່ອປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງສັງຄົມ ພ້ອມກັນນີ້, ທ່ານໄດ້ເນັ້ນຕື່ມວ່າ ຄະນະກວດກາພັກ ກໍ່ຄືກົມກວດກາຂອງສູນກາງແນວລາວສ້າງຊາດ ທີ່ເປັນເສນາທິການໃຫ້ຄະນະພັກ ສນຊ, ພວກສະຫາຍຕ້ອງເພີ່ມທະວີຄວາມຮັບຜິດຊອບ ແລະ ຄວາມເປັນເຈົ້າການ ການຊີ້ນຳ-ນໍາພາ, ຜັນຂະຫຍາຍເນື້ອໃນຄໍາສັ່ງແນະນໍາ ເລກທີ 169/ຄລສພ ໃຫ້ກາຍເປັນຮູປະທໍາ, ກາຍເປັນສະຕິ, ເປັນການປະພຶດ, ການປະຕິບັດຕົວຈິງ ໂດຍສະເພາະແມ່ນສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ ເລີກເຊີ່ງ ແລະ ຮອບດ້ານໃນ ຂົງເຂດວຽກງານກວດກາ ຂອງແນວລາວສ້າງຊາດ, ໃຫ້ສອດຄ່ອງກັບເນື້ອໃນຈິດໃຈກອງປະຊຸມໃຫຍ່ຄັ້ງທີ XI ຂອງຜູ້ແທນແນວລາວສ້າງຊາດທົ່ວປະເທດ ຕິດພັນກັບການປະຕິບັດ 02 ວາລະແຫ່ງຊາດ ຢ່າງມີປະສິດທິຜົນ, ຖືເປັນຄວາມຮັບຜິດຊອບ, ເປັນພັນທະຂອງໝົດທຸກຄົນ; ການຕິດຕາມ ກວດກາຂອງແນວລາວສ້າງຊາດໂດຍຜ່ານຄໍາຄິດຄໍາເຫັນ, ຫາງສຽງ, ຄໍາສະເໜີຕໍ່ການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ລັດຖະທໍາມະນູນ ແລະ ກົດໝາຍຂອງລັດ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຕ່ລະໄລຍະ, ແນໃສ່ຮັບປະກັນໃນການປົກປ້ອງສິດ ແລະ ຜົນປະໂຫຍດ, ຄວາມມຸ້ງມາດປາຖະໜາຂອງປະຊາຊົນບັນດາເຜົ່າ, ຊັ້ນຄົນ ແລະ ເພດ-ໄວ ຢ່າງແທ້ຈິງ.