ໃນວັນທີ 10 ພຶດສະພາ 2019 ນີ້, ທີ່ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມຝຶກອົບຮົມ ວຽກງານພິທີການ ໃຫ້ແກ່ພະນັກງານແນວລາວສ້າງຊາດ ແລະ ອົງການພູດທະສາສະໜາ (ອພສ) ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານ ສນຊ, ມີບັນດາທ່ານຮອງປະທານ ສນຊ, ພຣະສົງ-ສາມະເນນ, ອາຈານທີ່ເປັນວິທະຍາກອນມາຈາກກະຊວງການຕ່າງປະເທດ, ບັນດາທ່ານຫົວໜ້າ-ຮອງຫົວໜ້າກົມ, ຫ້ອງການ ແລະ ພະນັກງານ-ລັດຖະກອນ ສນຊ ເຂົ້າຮ່ວມ.
ວຽກງານພິທີການ ກໍ່ແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນ ແລະຈໍາເປັນຕໍ່ການຮັບໃຊ້ການນໍາ ເຊິ່ງເຮັດໜ້າທີ່ເປັນເສນາທິການໂດຍກົງໃຫ້ແກ່ຂັ້ນເທິງ ແລະ ມີພົວພັນກັບຕ່າງປະເທດ ນັບມື້ນັບກ້າວຂື້ນສູ່ມາດຕະຖານສາກົນໃນລະດັບອັນແນ່ນອນ ແລະ ທັງເປັນການຮັບປະກັນຜົນສຳເລັດໃນການປະຕິບັດວຽກງານພົວພັນກັບພາຍໃນ ແລະ ສາກົນ ໃນໄລຍະໃໝ່ ຍຸກແຫ່ງການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ ບໍ່ວ່າຈະຢູ່ພາຍໃນ ຫຼືຕ່າງປະເທດ ກໍ່ລ້ວນແລ້ວແຕ່ ມີວຽກງານພິທີການ ທີ່ເປັນສ່ວນປະກອບສໍາຄັນ. ການຈັດຝຶກອົບຮົມ ວຽກງານພິທີການໃນຄັ້ງນີ້ ເພື່ອຍົກສູງຄຸນນະພາບ, ສ້າງຄວາມເຂັ້ມແຂງ ແລະຄວາມເຂົ້າໃຈຢ່າງລະອຽດຈະແຈ້ງ ກ່ຽວກັບວຽກງານພິທີການ ເພື່ອນໍາໄປຈັດຕັ້ງປະຕິບັດຢ່າງຖືກຕ້ອງ ໃນຂົງເຂດວຽກງານຕົວຈິງຂອງຕົນ. ໂດຍເນື້ອໃນເອກະສານ ຫຼື ຫົວຂໍ້ທີ່ນໍາມາຝຶກອົບຮົມປະກອບມີ: ຄວາມຮູ້ພື້ນຖານຕໍ່ກັບວຽກງານພິທີການ, ມາລະຍາດສັງຄົມ ແລະ ມາລະຍາດສາກົນ ການກະກຽມຂຶ້ນແຜນຮັບຕ້ອນແຂກລະດັບສູງຕ່າງປະເທດ.
ຫຼັງຈາກສໍາເລັດການຝຶກອົບຮົມ ເຫັນໄດ້ວ່າສຳມະນາກອນມີຄວາມຕັ້ງໃຈຮັບຟັງ ແລະ ຕິດຕາມການຂຶ້ນບັນຍາຍໃນຫົວຂໍ້ຕ່າງໆ ໂດຍສະເພາະກໍ່ໄດ້ມີການຕັ້ງບັນຫາ, ຕັ້ງຄຳຖາມເຈາະຈີ້ມສົນທະນາຢ່າງກົງໄປກົງມາພ້ອມດ້ວຍມີການແລກປ່ຽນຄວາມຄິດຄວາມເຫັນ, ຖາມ-ຕອບ ກັບວິທະຍາກອນ ເພື່ອນຳເອົາໄປໝູນໃຊ້ເຂົ້າໃນໜ້າທີ່ວຽກງານກໍ່ຄືຊີວິດປະຈຳວັນ ແລະ ນຳເອົາເນື້ອໃນຈິດໃຈການຝຶກອົບຮົມຄັ້ງນີ້ ໃຫ້ມີປະສິດທີຜົນສູງຂື້ນເລື້ອຍໆ.