ສູນກາງແນວລາວສ້າງຊາດ

Lao Front For National Development

ສນ​ຊ ພົບ​ປະພະ​ນັກ​ງານ​ປະ​ຕິ​ວັດ​ອາ​ວຸ​ໂສ​ບຳ​ນານ

ກອງ​ປະ​ຊຸມພົບປະລະຫວ່າງ ຄະນະປະຈໍາ ສູນກາງແນວລາວສ້າງຊາດ (ສນຊ) ກັບ ພະ​ນັກ​ງານ​ປະ​ຕິ​ວັດ​ອາ​ວຸ​ໂສ​ບຳ​ນານ ແລະ ສະມາຄົມຜູ້ອາຍຸສູງ, ໄດ້​ຈັດ​ຂຶ້ນ​ ໂດຍ​ການ​ເປັນ​ປະ​ທານ​ຂອງ ທ່ານ ປອ. ສິນ​ລະ​ວົງ ຄຸດ​ໄພ​ທູນ ກໍາມະການກົມການເມືອງສູນກາງພັກ ປະ​ທານ​ສູນ​ການ​ແນວ​ລາວ​ສ້າງ​ຊາດ, ມີທ່ານລັດຖະມົນຕີ ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ທ່ານຮອງປະທານ ສູນກາງແນວລາວສ້າງຊາດ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າຫ້ອງ ການ,  ພະ​ນັກ​ງານ​ປະ​ຕິ​ວັດ​ອາ​ວຸ​ໂສ​ບຳ​ນານ, ສະມາຄົມຜູ້ອາຍຸສູງ ແລະ ແຂກຖຶກເຊີນ ທີ່ກ່ຽວຂ້ອງເຂົ້າ​ຮ່ວມ ທັງໜົດ 173 ທ່ານ, ຍິງ 59 ທ່ານ ຢູ່ທີ່ສຳນັກງານສູນກາງແນວລາວສ້າງຊາດ,  ໃນ​ວັນ​ທີ 12 ຕຸ​ລາ 2023.

ທ່ານປະທານສູນກາງແນວລາວສ້າງຊາດ ໄດ້​ກ່າວ​ວ່າ: ການພົບປະເທື່ອນີ້ ແມ່ນຢູ່ໃນບັນຍາກາດ ສະເຫຼີມສະ ຫຼອງວັນປະກາດເອກະລາດ 12 ຕຸລາ ຄົບຮອບ 78 ປີ (1945-2023) ຊຶ່ງເປັນວັນທີ່ມີຄວາມໝາຍສໍາຄັນຍິ່ງ ເພາະແມ່ນວັນປະກາດເອກະລາດຂອງປະເທດລາວ ຕໍ່ຊາວໂລກຢ່າງເປັນທາງການ, ເປັນໄຊຊະນະທີ່ມີຄວາມໝາຍປະຫວັດ ສາດອັນສຳຄັນທີ່ສຸດ; ເປັນໄຊຊະນະແຫ່ງການນຳພາ ອັນຖືກຕ້ອງສະຫຼາດສ່ອງໃສ ຂອງພັກກອມມູນິດອິນດູຈີນ, ທັງແມ່ນໝາກຜົນແຫ່ງການເສີມຂະຫຍາຍມູນເຊື້ອຮັກຊາດ, ເດັດດ່ຽວບໍ່ຍອມຈຳນົນ, ນໍ້າໃຈສາມັກຄີແໜ້ນແກ່ນ ຂອງປະ ຊາຊົນລາວທັງຊາດ ເຂົ້າໃນການກອບກູ້ເອກະລາດແຫ່ງຊາດ, ແມ່ນໄຊຊະນະແຫ່ງຄວາມສາມັກຄີຕໍ່ສູ້ອັນແໜ້ນແກ່ນ ຂອງປະຊາຊົນ 3 ຊາດ ອິນດູຈີນ; ການປະກາດເອກະລາດ ວັນທີ 12 ຕຸລາ 1945 ໄດ້ເຮັດໃຫ້ຊາວໂລກຮັບຮູ້ດິນແດນ ອັນຄົບຖ້ວນ, ເປັນໄຊຊະນະ ທີ່ມີຄວາມໝາຍປະຫວັດສາດ ອັນສຳຄັນທີ່ສຸດ; ຈາກໄຊຊະນະດັ່ງກ່າວ, ໄດ້ສົ່ງຜົນເຮັດໃຫ້ພັກ ແລະ ປະຊາຊົນລາວ ມີປະສົບການຫຼາຍຢ່າງ, ສ້າງໃຫ້ພັກ ມີກຳລັງປະຕິວັດໃໝ່, ມີທ່ວງທ່າໃໝ່ ແລະ ເພີ່ມຄວາມເຊື່ອໝັ້ນ ຕໍ່ໄຊຊະນະໃນການຕໍ່ຕ້ານ ພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ ທີ່ກັບຄືນມາຮຸກຮານລາວເທື່ອໃໝ່ ແລະ ຕ້ານການແຊກແຊງ ຂອງຈັກກະພັດລ່າເມືອງຂຶ້ນແບບໃໝ່ ຈົນນໍາມາສູ່ການປົດປ່ອຍປະເທດຊາດຢ່າງສົມບູນ ແລະ ສະຖາປະນາເປັນປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.  ໃນໂອກາດນີ້, ໄດ້ແລກປ່ຽນຄິດຄຳເຫັນ ໃນ 4 ບັນຫາ ຄື: ທົບທວນຄືນ ຕະຫຼອດໄລຍະ 78 ປີຜ່ານມານີ້ ພວກເຮົາ ມີຜົນສຳເລັດສຳຄັນຫຍັງແດ່, ປັດຈຸບັນພວກເຮົາພວມປະເຊີນໜ້າກັບຄວາມເຄັ່ງຮ້ອນຫຍັງແດ່, ພວກເຮົາຈະພ້ອມກັນຜ່ານຜ່າແນວໃດ ແລະ ໃນສະພາບການປັດຈຸບັນ ຮຽກຮ້ອງໃຫ້ຜູ້ອາວຸໂສ ແລະ ອົງການຈັດຕັ້ງມະຫາຊົນ ພວກເຮົາມີສ່ວນຮ່ວມນຳກັນແນວໃດ;

ນອກ​ຈາກນີ້, ຍັງ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ກ່ຽວ​ກັບວຽກ​ງານ​ສະ​ມາ​ຄົມ​ຜູ້​ອາ​ຍຸ​ສູງ, ມາດ​ຕະ​ການ​ແກ້​ໄຂ​ບັນ​ຫາ​ເງິນ​ເຟີ້, ຄ່າ​ຄອງ​ຊີບ​ສູງ ແລະ ລາ​ຄາ​ສິນ​ຄ້າ, ສະ​ພາບ ແລະ ການ​ແກ້​ໄຂ​ບັນ​ຫາ​ຂໍ້​ຫຍຸ້ງ​ຍາກ ຢູ່​ນະ​ຄອນຫຼວງວຽງ​ຈັນ ແລະ ໄດ້ມອບ​ຫຼຽນ​ການ​ລະ​ນຶກ 60 ປີ ຂອງ​ແນວ​ລາວ​ສ້າງ​ຊາດ ໃຫ້​ແກ່​ນັກ​ຮົບ​ປະ​ຕິ​ວັດ ແລະ ສະມາ​ຊິກ​ສະ​ມາ​ຄົມ​ຜູ້ອາ​ຍຸສູງ ຜູ້​ທີ່​ມີ​ອາ​ຍຸ​ສູງ ແລະ ແຂງ​ແຮງ​ຈຳ​ນວນ​ 10 ທ່ານ; ຫຼັງ​ຈາກນັ້ນ​, ບັນ​ດາ​ທ່ານຜູ້​ແທນເຂົ້າ​ຮ່ວມ​ກອງປະຊຸມ ​ໄດ້​ໄປ​ຢ້ຽມ​ຊົມ​ພິ​ທິ​ທະ​ພັນ​ສິ​ລະ​ປະ​ລາວ ແລະ ຢ້ຽມ​ຊົມ ແລະ ຊື້​ສິນ​ຄ້າ​ລາວ ໃນງານ​ວາງ​ສະ​ແດງ​ສິນ​ຄ້າ​ລາວ ຢູ່​ທີ່​ສູນ​ການ​ຄ້າ​ໂພນ​ຕ້ອງຈອມ​ມະ​ນີ ຕື່ມອີກ.

ຂ່າວ-​ພາບ: ​ແສງ​ຫຼ້າ

ບກ: ຈິດ​ຕະພົງ

info@lfnd.org.la | 021 213754 | (856-21) 453191