ສູນກາງແນວລາວສ້າງຊາດ

Lao Front For National Development

ສນຊ ມອບຕຽງ 100 ໜ່ວຍ ແລະ ໝອນ 100 ໜ່ວຍ ໃຫ້ແກ່ ນະຄອນຫຼວງວຽງຈັນ  

 

ສູນກາງແນວລາວສ້າງຊາດ (ສນຊ) ມອບຕຽງ 100 ໜ່ວຍ ແລະ ໝອນ 100 ໜ່ວຍໃຫ້ແກ່ນະຄອນຫຼວງວຽງຈັນ ເປັນມູນຄ່າ 56 ລ້ານກີບ ກ່າວມອບໂດຍທ່ານ ເຍ່ຍເກີຢ່າ ໜໍ່ຈໍ່ຈົງຕົວ ຮອງປະທານສູນກາງແນວລາວສ້າງຊາດ ແລະ ກ່າວຮັບໂດຍທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ, ຫົວໜ້າຄະນະສະເພາະກິດ ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສົມປະສົງ ເວດສະພົງ ຮອງຫົວໜ້າຫ້ອງການ ສນຊ ພ້ອມດ້ວຍ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ ໃນວັນທີ 9 ສິງຫາ 2021 ນີ້ ທີ່ສໍານັກງານປົກຄອງນະຄອນຫຼວງວຽງຈັນ.

ໃນໂອກາດນີ້, ທ່ານຮອງເຈົ້າຄອງ ນະຄອນຫຼວງວຽງຈັນ ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ ສູນກາງແນວລາວສ້າງຊາດ ແລະ ບໍລິສັດ ເຄີເຊີນ ຈໍາກັດຜູ້ດຽວ ທີ່ມີນໍ້າໃຈເອື້ອເຟື້ອເພື່ອແຜ່ ຊ່ວຍເຫຼືອອຸປະກອນຈໍານວນດັ່ງກ່າວໃຫ້ນະຄອນຫຼວງຂອງ ພວກເຮົາ ແລະ ໃຫ້ຄໍາໝັ້ນສັນຍາວ່າຈະນໍາເອົາເຄື່ອງຈໍານວນດັ່ງກ່າວນີ້ໄປມອບຕໍ່ໃຫ້ແກ່ ສູນກັກກັນພະຍາດໂຄວິດ-19 ນະຄອນຫຼວງວຽງຈັນ ຕາມຈຸດປະສົງເປົ້າໝາຍ.

info@lfnd.org.la | 021 213754 | (856-21) 453191