ສູນກາງແນວລາວສ້າງຊາດ

Lao Front For National Development

ສນຊ ມອບຢາວິຕາມິນໃຫ້ 2 ພາກສ່ວນ

ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດພິທີມອບຢາວິຕາມິນ ຈໍານວນ 200 ແກັດ ໃຫ້ 2 ພາກສ່ວນຄື: ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ 150 ແກັດ ແລະໂຮງໝໍເສດຖາທິລາດ ຈໍານວນ 50 ແກັດ. ເປັນກຽດກ່າວມອບໂດຍ ທ່ານ ດຣ. ຈັນເພັງ ສຸດທິວົງ, ຄະນະປະຈໍາ,  ຫົວໜ້າຫ້ອງການສູນກາງແນວລາວສ້າງຊາດ ແລະ ກ່າວຮັບໂດຍ ທ່ານ ນ. ສີໄຄເພັດ ແສງມະນີ ຮອງຫົວໜ້າຫ້ອງການ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ທ່ານ ບົວໃສ ໄຊຍະວັນ ຕາງໜ້າພະແນກບໍລິຫານແຜນການ ໂຮງໝໍເສດຖາທິລາດ.

ການມອບຢາວິຕາມິນຊ່ວຍເຫຼືອໃນຄັ້ງນີ້ ແມ່ນເພື່ອໃຫ້ 2 ພາກສ່ວນດັ່ງກ່າວນໍາໄປມອບຕໍ່ ຫລືຊ່ວຍເຫຼືອເປົ້າຫມາຍຕ່າງໆ ແລະໃຫ້ໂຮງໝໍເສດຖາທິລາດນໍາໄປໝູນໃຊ້ເຂົ້າໃນການປິ່ນປົວຄົນເຈັບ. ພິທີມອບ-ຮັບໄດ້ຈັດຂຶ້ນໃນວັນທີ 21 ພຶດສະພາ 2021 ນີ້, ທີ່ ສນຊ.

ຢາວິຕະມິນດັ່ງກ່າວແມ່ນໄດ້ຮັບການຊ່ວຍເຫລືອຈາກ ສ. ເກົາຫລີ.

info@lfnd.org.la | 021 213754 | (856-21) 453191