ສູນກາງແນວລາວສ້າງຊາດ

Lao Front For National Development

ສນຊ ສະຫຼຸບການເຄື່ອນໄຫວຂອງຄະນະທີ່ປຶກສາ ແລະ ຜູ້ຮ່ວມງານ ວຽກງານຊົນເຜົ່າ

ກົມຊົນເຜົ່າ ສູນກາງແນວລາວສ້າງຊາດ ຈັດກອງປະຊຸມສະຫຼຸບການເຄື່ອນໄຫວຂອງຄະນະທີ່ປຶກສາ ແລະ ຜູ້ຮ່ວມງານ ວຽກງານຊົນເຜົ່າ ສູນກາງແນວລາວສ້າງຊາດ ໃນໄລຍະປີ 2019-2020 ແລະ ທິດທາງແຜນການໃນຕໍ່ໜ້າ 2020-2021 ຂຶ້ນທີ່ສູນກາງແນວລາວສ້າງຊາດ(ສນຊ) ໃນວັນທີ 8 ກັນຍາ 2020 ນີ້, ໂດຍການເປັນປະທານຂອງ ທ່ານ ຄຳໃບ ດຳລັດ ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ, ມີບັນດາທ່ານຮອງປະທານ ສນຊ, ຄະນະທີ່ປຶກສາ, ຜູ້ຮ່ວມງານ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ບັນດາກົມ ແລະ ສູນຝຶກອົບຮົມ ສນຊ ເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ໄມ ຄຳວົງ ຫົວໜ້າກົມຊົນເຜົ່າ ສນຊ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຂອງຄະນະທີ່ປຶກສາ ແລະ ຜູ້ຮ່ວມງານ ວຽກງານຊົນເຜົ່າ ສູນກາງແນວລາວສ້າງຊາດ ໃນໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການໃນໜຶ່ງປີຕໍ່ໜ້າໂດຍສັງເຂບ ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງຜົນງານຫຼາຍດ້ານວ່າ: ຄະນະທີ່ປຶກສາ ແລະ ຜູ້ຮ່ວມງານໄດ້ມີແບບແຜນວິທີເຮັດວຽກຢ່າງລະອຽດ, ແບ່ງຄວາມຮັບຜິດຊອບຢ່າງຈະແຈ້ງ, ມີແຜນການ, ແຜນງານ, ໂຄງການ ແລະ ຫັນເປັນແຕ່ລະກິດຈະກຳ ເພື່ອຈັດຕັ້ງປະຕິບັດ, ໃນໄລຍະຜ່ານມາຄະນະໄດ້ລົງເຄື່ອນໄຫວເຮັດວຽກຢູ່ບາງແຂວງ, ເມືອງ ເພື່ອເຜີຍແຜ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ຄຳແນະນຳຂອງສູນກາງແນວລາວສ້າງຊາດ ກ່ຽວກັບການສັບຊ້ອນຊື່ເອີ້ນຊົນເຜົ່າຈາກ 49 ຊົນເຜົ່າເປັນ 50 ຊົນເຜົ່າ ໃນ ສປປ ລາວ ໃຫ້ປະຊາຊົນໄດ້ເຊື່ອມຊຶມ ແລະ ຮັບຮູ້, ເກັບກຳສະພາບແວດລ້ອມຂອງສັງຄົມ, ທຳມະຊາດທີ່ມີຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ; ຈັດງານບຸນປະເພນີຂອງຊົນເຜົ່າ ຢູ່ສວນພຶກສາ ເພື່ອເຕົ້າໂຮມຄວາມສາມັກຄີ, ສຶກສາອົບຮົມ ແລະ ປຸກລະດົມບັນດາຊົນເຜົ່າ ໃນການປົກປັກຮັກສາເອກະລັກວັດທະນະທຳ-ຮີດຄອງປະເພນີອັນດີງາມ ຂອງແຕ່ລະຊົນເຜົ່າ. ພ້ອມກັນນັ້ນ, ໄດ້ມີການປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ຕໍ່ຮ່າງບົດລາຍງານການເຄື່ອນໄຫວໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ.

ທ່ານ ຮອງປະທານ ສນຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວຂອງຄະນະທີ່ປຶກສາວຽກງານຊົນເຜົ່າ ຕະຫຼອດໄລຍະຜ່ານມາ ແລະ ທ່ານ ໄດ້ເນັ້ນຕື່ມວ່າ: ໃຫ້ກົມຊົນເຜົ່າ ພ້ອມດ້ວຍຄະນະທີ່ປຶກສາ ແລະ ຜູ້ຮ່ວມງານ ຈົ່ງສຶບຕໍ່ຄົ້ນຄວ້າເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ນິຕິກຳຂອງແນວລາວສ້າງຊາດ, ສຶບຕໍ່ຈັດຕັ້ງເຜີຍແຜ່ໃຫ້ປະຊາຊົນລາວບັນດາເຜົ່າຢູ່ທ້ອງຖິ່ນຮາກຖານໄດ້ຮັບຮູ້, ສ້າງໂອກາດສາ້ງເງື່ອນໄຂໄປຢ້ຽມຢາມໃກ້ສິດຕິດແທດປະຊາຊົນລາວບັນດາເຜົ່າ, ສຶບຕໍ່ສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ໃຫ້ມີການຈັດກິດຈະກຳສະແດງສີລະປະວັນນະຄະດີ ເພື່ອແລກປ່ຽນນຳກັນ ແລະ ໃຫ້ຄະນະວິຊາການວຽກງານຊົນເຜົ່າ ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງ ເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ແລະ ເປັນເຈົ້າການສ້າງແຜນການລະອຽດໃນການເຄື່ອນໄຫວວຽກງານຂອງຄະນະທີ່ປຶກສາ ແລະ ຜູ້ຮ່ວມງານວຽກງານຊົນເຜົ່າ ໃນຊຸມຕໍ່ໜ້າ.

 

info@lfnd.org.la | 021 213754 | (856-21) 453191