ໃນວັນທີ 21 ກັນຍາ 2023 ນີ້, ສູນກາງແນວລາວສ້າງຊາດ(ສນຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານຂອງຄະນະທີ່ປຶກສາເສດຖະກິດ ແລະ ກອງທຶນສາມັກຄີພັດທະນາ ຂອງແນວລາວສ້າງຊາດ ຂຶ້ນຢູ່ທີ່ສູນຝຶກອົບຮົມ ສນຊ; ໂດຍການເປັນປະທານຂອງ ທ່ານ ອ໋ອດ ພົງສະຫວັນ ຮອງປະທານບໍ່ປະຈຳການສູນກາງແນວລາວສ້າງຊາດ, ຫົວໜ້າຄະນະທີ່ປຶກສາວຽກງານເສດຖະກິດ ແລະ ກອງທຶນສາມັກຄີພັດທະນາ ສນຊ; ເປັນກຽດເຂົ້າຮ່ວມມີ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ; ມີບັນດາທ່ານຮອງປະທານສູນກາງແນວລາວສ້າງຊາດ, ບັນດາທ່ານຄະນະທີ່ປຶກສາວຽກງານເສດຖະກິດ ແລະ ກອງທຶນສາມັກຄີພັດທະນາ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໃນກອງປະຊຸມໄດ້ສະຫຼຸບຕີລາຄາຄືນກ່ຽວກັບການເຄື່ອນໄຫວຂອງຄະນະທີ່ປຶກສາວຽກງານເສດຖະກິດ ແລະ ກອງທຶນສາມັກຄີພັດທະນາ ນັບແຕ່ປີ 2022 – ປະຈຸບັນ ແລະ ທິດທາງແຜນການວຽກງານຈຸດສຸມໃນຕໍ່ໜ້າໂດຍສັງເຂບ ເຊິ່ງໄດ້ຍົກໃຫ້ເຫັນວ່າໃນຕະຫຼອດໄລຍະທີ່ຜ່ານມາ ຄະນະທີ່ປຶກສາໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຢູ່ບັນດາແຂວງເປົ້າໝາຍ ເພື່ອຈັດຕັ້ງຜັນຂະຫຍາຍມະຕິ 108/ກມສພ ໃຫ້ເປັນຮູບປະທຳ ພ້ອມທັງສຶກສາທ່າແຮງຄວາມເປັນໄປໄດ້ໃນການສ້າງເສດຖະກິດ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນລາວບັນດາເຜົ່າ ແລະ ໄດ້ລະດົມທຶນຊ່ວຍເຫຼືອປະຊາຊົນທີ່ປະສົບໄພທຳມະຊາດຈຳນວນໜຶ່ງ. ພ້ອມກັນນັ້ນ, ຜູ້ເຂົ້າຮ່ວມກໍ່ໄດ້ປະກອບຄຳຄິດເຫັນແລກປ່ຽນຢ່າງກົງໄປກົງມາຕໍ່ກອງປະຊຸມ ເປັນຕົ້ນແມ່ນບັນດາວຽກງານຈຸດສຸມຂອງຄະນະທີ່ປຶກສາ ເພື່ອຮ່ວມກັນຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.
ທ່ານ ປະທານ ສນຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ຂອງຄະນະທີ່ປຶກສາທີ່ສາມາດຍາດມາໄດ້ໃນໄລຍະຜ່ານມາ ແລະ ທ່ານໄດ້ເນັ້ນຕໍ່ກອງປະຊຸມຕື່ມວ່າ: ໃຫ້ສືບຕໍ່ສຶກສາຄົ້ນຄວ້າຄືນກ່ຽວກັບບັນດານິຕິກຳຕ່າງໆຂອງແນວລາວສ້າງຊາດ ເປັນຕົ້ນແມ່ນ ມະຕິ 55/ຄປຈ ຂອງຄະນະປະຈຳສູນກາງແນວລາວສ້າງຊາດ ກ່ຽວກັບວຽກງານການສ້າງລາຍຮັບເພີ່ມຂອງແນວລາວສ້າງຊາດ ໃນໄລຍະໃໝ່ ເພື່ອສາມາດກຳແໜ້ນບັນດາເນື້ອໃນ ແລະ ນຳໄປຈັດຕັ້ງຜັນຂະຫຍາຍໃຫ້ເປັນຮູບປະທຳ; ສືບຕໍ່ລົງຊຸກຍູ້ ແລະ ຈັດຕັ້ງຜັນຂະຫຍາຍບັນດາໂຄງການຂອງແນວລາວສ້າງຊາດ ທີ່ຕິດພັນກັບຄະນະທີ່ປຶກສາວຽກງານເສດຖະກິດ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຂຶ້ນກວ່າເກົ່າ; ສືບຕໍ່ປະກອບສ່ວນຊຸກຍູ້ວຽກງານການທ່ອງທ່ຽວຕາມພາລະບົດບາດຂອງອົງການແນວລາວສ້າງຊາດ ເພື່ອເຮັດໃຫ້ວຽກງານດັ່ງກ່າວມີຂະບວນການຟົດຟື້ນ; ສຶບຕໍ່ຊຸກຍູ້ໃຫ້ແນວລາວສ້າງຊາດຂັ້ນທ້ອງຖິ່ນ ໃຫ້ລົງປຸກລະດົມປະຊາຊົນລາວບັນດາເຜົ່າໃຫ້ຜະລິດກະສິກຳເປັນສິນຄ້າ ເພື່ອແກ້ໄຂເສດຖະກິດຄອບຄົວໃຫ້ໄດ້ຮັບການພັດທະນາດີຂື້ນເທື່ອລະກ້າວ ແລະ ເພື່ອຫຼຸດຜ່ອນການນຳເຂົ້າສິນຄ້າຈາກຕ່າງປະເທດ; ຍູ້ແຮງໃຫ້ອົງການແນວລາວສ້າງຊາດແຕ່ລະຂັ້ນ ໃຫ້ຫັນເປັນທັນສະໄໝ ເປັນຕົ້ນແມ່ນປະກອບສ່ວນສະໜອງເຄື່ອງເອເລັກໂທຣນິກໃຫ້ແນວລາວສ້າງຊາດຂັ້ນເມືອງ ເພື່ອອຳນວຍຄວາມສະດວກໃນການຈັດກອງປະຊຸມທາງໄກ.
ຂ່າວ+ພາບ: ເຢ
ບກ: ຈິດຕະພົງ
