ສູນກາງແນວລາວສ້າງຊາດ

Lao Front For National Development

ສນຊ ສະເໜີ 7 ບັນຫາ ເພື່ອໃຫ້ສະພາແຫ່ງຊາດ ແລະ ສສຊ ພິຈາລະນາແກ້ໄຂໃນຕໍ່ໜ້າ

     ຜ່ານການຕິດຕາມການເຄື່ອນໄຫວວຽກງານກາງສະໄໝ 5 ປີ (2021-2025) ແລະ ທິດທາງແຜນການທ້າຍສະໄໝຮອດປີ 2025 ແລະ ການຈັດຕັ້ງປະຕິບັດແຜນການປະຈຳປີ 2023 ແລະ ທິດທາງແຜນການປີ 2024 ຂອງສະພາແຫ່ງຊາດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 10 ພະຈິກ ນີ້ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
     ທ່ານ ຄໍາໄຫຼ ສີປະເສີດ ກ່າວວ່າ: ຜ່ານມາເຖິງວ່າສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ແລະ ສສຊ, ສະມາຊິກສະພາປະຊາຊົນແຂວງໄດ້ເອົາໃຈໃສ່ປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນຢ່າງແຂງ ແຮງກໍຕາມ ບັນຫາສ່ວນໃຫຍ່ທີ່ຄະນະປະຈຳ ສນຊ ໄດ້ສະເໜີແນະຕໍ່ກອງປະຊຸມສະພາແຫ່ງຊາດ ສະໄໝສາມັນເທື່ອທີ 4 ໄດ້ຖືກແກ້ໄຂແລ້ວກໍຕາມ ແຕ່ກໍຍັງມີຄໍາສະເໜີ, ສ່ອງແສງຂອງປະຊາຊົນຈຳນວນໜຶ່ງຕໍ່ອົງການອຳນາດລັດຂອງພວກເຮົາ ແລະ ຂໍຖືໂອກາດນີ້, ສະເໜີຕໍ່ສະພາແຫ່ງຊາດ, ສສຊ ເພື່ອພິຈາລະນາຊຸກຍູ້ແກ້ໄຂໃນຕໍ່ໜ້າມີດັ່ງນີ້: 1). ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19 ເຫັນວ່າ: ພະນັກງານ, ທະຫານ, ຕຳຫຼວດ, ປະຊາ ຊົນບັນດາເຜົ່າຈຳນວນໜຶ່ງ ຍັງພົບຄວາມຫຍຸ້ງຍາກດ້ານການຍົກສູງຊີວິດການເປັນຢູ່ ແລະ ການມີສ່ວນຮ່ວມຂອງທົ່ວສັງຄົມ ໃນການຈັດຕັ້ງປະຕິບັດສອງວາລະແຫ່ງຊາດເຊັ່ນ: ບັນຫາເງິນກີບອ່ອນຄ່າ, ຄ່າຄອງຊີບສູງຂຶ້ນ, ບັນຫາຈັນຍາບັນ-ຈັນຍາທຳແພດໝໍ, ຂາດແຄນຄູສອນ, ຂາດແຄນແຮງງານ ແລະ ການຄຸ້ມຄອງເຂດເສດຖະກິດພິເສດ, ບັນຫາເສັ້ນທາງເປ່ເພສັນຈອນບໍ່ສະດວກກະທົບຕໍ່ການຜະລິດ-ທຸລະກິດ, ຕົ້ນທຶນການຜະລິດສູງຂຶ້ນຫຼາຍ; ໂດຍສະ ເພາະການເປີດປີທ່ອງທ່ຽວລາວປີ 2024 ຊຶ່ງບັນຫາທັງໝົດນີ້, ສະພາແຫ່ງຊາດ, ສນຊ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ພ້ອມກັນຊຸກຍູ້ພາກສ່ວນທີ່ກ່ຽວຂ້ອງຕິດຕາມການແກ້ໄຂຢ່າງຮີບດ່ວນ; 2). ການສ້າງ ແລະ ປັບປຸງກົດໝາຍຂອງບາງຂົງເຂດມີລັກສະນະຟ້າວຟັ່ງແລ່ນນໍາປະລິມານ, ການປະຕິບັດຂັ້ນຕອນການສ້າງ ແລະ ປັບປຸງກົດໝາຍບາງດ້ານຍັງບໍ່ທັນສອດຄ່ອງຕາມກົດໝາຍວ່າດ້ວຍການສ້າງນິຕິກໍາ; ຕົວຢ່າງ: ມີບາງກົດໝາຍປັບປຸງບໍ່ທັນມີການປະເມີນ, ໂດຍບໍ່ໄດ້ລົງທາບທາມປະຊາຊົນຢ່າງກວ້າງຂວາງ (ກົດໝາຍ ໃໝ່, ກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍສິ່ງແວດລ້ອມ ແລະ ອື່ນໆ); 3). ສະເໜີສະພາແຫ່ງຊາດ ຊຸກຍູ້ການສະໜອງທຶນ ເພື່ອຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ການຈັດສັນງົບປະມານແຫ່ງລັດຂອງກະຊວງທີ່ກ່ຽວຂ້ອງ, ທີ່ໄດ້ຮັບຮອງຈາກສະພາແຫ່ງຊາດ ແລະ ອອກເປັນມະຕິຢ່າງເປັນທາງການແລ້ວໃຫ້ຖືກຕາມກົດໝາຍທີ່ກຳ ນົດ. ໃນຫຼາຍປີຜ່ານມາ ເຫັນວ່າຊັກຊ້າກວ່າກຳນົດເວລາ; 4). ສະເໜີສະພາແຫ່ງຊາດຊຸກຍູ້, ຕິດຕາມກວດກາພາກ ສ່ວນກ່ຽວຂ້ອງຈັດຕັ້ງປະຕິບັດຜົນການກວດກາຕາມຜົນການກວດສອບທີ່ສະພາແຫ່ງຊາດໄດ້ຮັບຮອງໃຫ້ໄດ້ຮັບການຈັັດຕັ້ງປະຕິບັດຢ່າງເຂັ້ມງວດເຊັ່ນ: ການເກັບກູ້ຊັບສິນ, ເງິນ, ຄຳ, ວັດຖຸມີຄ່າ, ນັບທັງການລົງວິໄນຕໍ່ບຸກຄົນທີ່ລະເມີດວິໄນແຜນການໆເງິນ ແລະ ກົດໝາຍບໍ່ເຂັ້ມງວດ ແລະ ອື່ນໆ ເຫັນວ່າ: ມີຫຼາຍມະຕິທີ່ສະພາແຫ່ງຊາດຮັບຮອງແລ້ວ ເຫັນວ່າ: ບໍ່ທັນສັກສິດເທື່ອ; 5). ຕໍ່ກັບສະມາຊິກສະພາແຫ່ງຊາດມີບາງກໍລະນີ ການລົງພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍ ແຜ່ຜົນສໍາເລັດຂອງກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດໃນແຕ່ລະຄັ້ງເຫັນວ່າ: ສະມາຊິກສະພາບາງທ່ານ ການກະກຽມເນື້ອໃນເອກະສານບໍ່ທັນແທດເໝາະກັບຈຸດພິເສດ ແຕ່ລະເປົ້າໝາຍຂອງທ້ອງຖິ່ນ; ສ່ວນຫຼາຍມີແຕ່ບັນລະຍາຍເອກະສານສະບັບດຽວ, ເວລາໃຫ້ປະຊາຊົນຊັກຖາມໜ້ອຍຫຼາຍ; 6). ໃນແຜນວຽກ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເຖິງວ່າ: ມີມະຕິ, ມີແຜນການ, ແຕ່ເປັນແຜນກວມລວມທີ່ມະຫາພາກຫຼາຍກ່ວາ, ແຕ່ປະຊາຊົນຢາກໄດ້ແມ່ນໂຄງການ ແລະ ກິດຈະການຕົວຈິງໃນແຕ່ລະຂະແໜງການ ແລະ ແຕ່ລະແຂວງເຮັດຫຍັງແທ້?, ການສົ່ງເສີມການຜະລິດ ເພື່ອທົດແທນການນໍາເຂົ້າກໍຄວນເປັນຮູບປະທຳຕື່ມ, ການຈັດຫາແຫຼ່ງທຶນເພື່ືອສ້າງໂຄງການສາທາລະນະຍັງໜ້ອຍຫຼາຍ, ໃນນັ້ນ ສະເໜີພິຈາລະນາທຶນສຳລັບການປັບປຸງເສັ້ນທາງຫຼວງແຫ່ງຊາດ, ເສັ້ນທາງຫຼວງແຂວງ-ແຂວງ, ເມືອງ-ເມືອງຕື່ມອີກ ແລະ ຕ້ອງມີທາງອອກໃຫ້ຊັດເຈນແຕ່ຫົວປີ; 7). ການປະຕິບັດວາລະແຫ່ງຊາດກ່ຽວກັບການແກ້ໄຂບັນຫາຢາເສບຕິດ: ສະເໜີໃຫ້ເປີດຂະບວນການທີ່ກວ້າງຂວາງທົ່ວສັງຄົມ ແລະ ມີການບັນຊາປະຕິບັດເປັນປະຈຳວັນ, ສະເໜີໃຫ້ພິຈາລານາແກ້ໄຂໄວເຂົ້າຕື່ມ ຕໍ່ສູນບໍາບັດຜູ້ເສບຢາເສບຕິດເຫັນວ່າ: ແອອັດຫຼາຍເກີນໄປ.
ຂ່າວ: ພູວັນ, ພາບ: ສຸວັນລີ+ດວງມະນີ
info@lfnd.org.la | 021 213754 | (856-21) 453191