ໃນວັນທີ 12 ສິງຫາ 2022 ນີ້, ທີ່ສູນກາງແນວລາວສ້າງຊາດ ໄດ້ເປີດພິທີສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 72 ປີ ວັນທີ 13 ສິງຫາ 1950 ຫາ 13 ສິງຫາ 2022 ເປັນກຽດຖາປະກະຖາໂດຍ ທ່ານ ບຸນຍັງ ວໍລະຈິດ ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ; ເປັນກຽດເຂົ້າຮ່ວມມີ ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ມີບັນດາທ່ານຮອງປະທານສູນກາງແນວລາວສ້າງຊາດ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມ, ສູນຝຶກອົບຮົມ, ບັນດາທ່ານກໍາມະການສູນກາງແນວລາວສ້າງຊາດ ແລະ ບັນດາອົງການຈັດຕັ້ງສັງຄົມເຂົ້າຮ່ວມ.
ທ່ານ ບຸນຍັງ ລໍລະຈິດ ໄດ້ໃຫ້ຮູ້ວ່າ: ແນວລາວສ້າງຊາດໄດ້ສ້າງຕັ້ງຂຶ້ນໃນວັນທີ 13 ສິງຫາ 1950 ໂດຍຜ່ານ 3 ໄລຍະແຫ່ງການເຕີບໃຫຍ່ ແລະ ຂະຫຍາຍຕົວຄື: ໄລຍະແນວລາວອິດສະຫລະ ປີ 1950-1956, ໄລຍະແນວລາວຮັກຊາດ 1956- 1979 ແລະ ໄລຍະແນວແນວລາວສ້າງຊາດ ແມ່ນ ປີ 1979 ເຖິງປັດຈຸບັນ ແນວລາວສ້າງຊາດເປັນຫຼັກແຫຼ່ງເຕົ້າໂຮມຄວາມສາມັກຄີປອງດອງ, ຄວາມເປັນປຶກແຜ່ນ ຂອງປະຊາຊົນບັນດາເຜົ່າ, ຊັ້ນຄົນ, ສາສະໜາ, ເພດ, ໄວ ລວມທັງຄົນເຊື້ອຊາດລາວທີ່ດໍາລົງຊີວິດຢູ່ຕ່າງປະເທດ, ພິທີສະເຫລີມສະຫຼອງ ຄັ້ງນີ້ ແມ່ນການຫວນຄືນມູນເຊື້ອອັນສະຫງ່າລາສີ ຂອງແນວລາວອິດສະຫຼະ ແລະ ແນວລາວຮັກຊາດ ໃນເມື່ອກ່ອນ ທີ່ໄດ້ເຕົ້າໂຮມຄວາມສາມັກຄີ ເປັນຈິດຫນຶ່ງໃຈດຽວຂອງປະຊາຊົນລາວບັນດາເຜົ່າ ເຂົ້າໃນພາລະກິດການປະຕິວັດຊາດປະຊາທິປະໄຕ ກໍຄື ພາລະກິດການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ເປັນການລະນຶກເຖິງວິລະກຳອັນລ້ຳເລີດ ແລະ ຄຸນງາມຄວາມດີອັນໃຫຍ່ຫຼວງຂອງບັນດາຜູ້ນຳພັກ-ລັດ, ຜູ້ຮັກຊາດ, ນັກຮົບ ແລະ ປະຊາຊົນລາວບັນດາເຜົ່າ ທີ່ໄດ້ເສຍສະຫຼະເລືອດເນື້ອເພື່ອຊາດ, ເພື່ອພາລະກິດປະຕິວັດໃນໄລຍະຜ່ານມາ.
ໂອກາດນີ້, ທ່ານປະທານ ສນຊ ໄດ້ຕີລາສູງຕໍ່ຄໍາເຫັນຊີ້ນໍາຂອງທ່ານ ບຸນຍັງ ວໍລະຈິດ ທີ່ມີຄວາມເປັນຫວ່ງເປັນໃຍຕໍ່ວຽກງານແນວລາວສ້າງຊາດ ໃນເງື່ອນໄຂສະພາບປະເທດເຮົາພົບຄວາມຫຍຸ້ງຍາກດ້ານເສດຖະກິດ ໂດຍສະເພາະນໍ້າມັນບໍ່ພໍຮັບໃຊ້, ອັດຕາເງິນເຟີສູງ, ຂາດເງິນຕາຕ່າງປະເທດ ແລະ ຄ່າຄອງຊີບສູງ; ແນວລາວສ້າງຊາດ, ກໍາມະການແນວລາວສ້າງຊາດ ແຕ່ລະຂັ້ນພ້ອມກັນສືບຕໍ່ຜັນຂະຫຍາຍມະຕິຂອງສູນກາງພັກ, ແຜນພັດທະນາ, ແຜນນະໂຍບາຍຂອງລັດຖະບານ, ສະພາແຫ່ງຊາດ ທີ່ໄດ້ວາງອອກ ແນວລາວສ້າງຊາດ ຕ້ອງໄດ້ນໍາເອົາໄປຜັນຂະຫຍາຍໃຫ້ທົ່ວເຖິງປະຊາຊົນລາວບັນດາເຜົ່າ, ເພີ່ມທະວີເປັນຫຼັກແຫຼ່ງເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນບັນດາເຜົ່າ, ສາສະໜາຕ່າງໆ, ຕ້ອງໄດ້ສ້າງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ; ກໍາມະການແນວລາວສ້າງຊາດ ທຸກຂັ້ນສືບຕໍ່ຮັກສາມູນເຊື້ອສ້າງຄຸນງາມຄວາມດີ ເພື່ອປະກອບສ່ວນສ້າງສາ ແລະ ພັດທະນາປະເທດຊາດ.
ບກ: ສືເຊັ່ງ
ພາບ: ຄໍາຜາຍ
ຂ່າວ: ສຸວັນລີ