ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນປະຫວັດສາດສຳຄັນຂອງຊາດຄື: ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 71 ປີ, ວັນຄ້າຍວັນເກີດຂອງທ່ານ ປະທານ ສຸພານຸວົງ ຄົບຮອບ 112 ປີ, ວັນສ້າງຕັ້ງສາຍພົວພັນທາງການທູດລາວ-ຈີນ ຄົບຮອບ 60 ປີ ແລະ ວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ ຂຶ້ນໃນວັນທີ 12 ສິງຫາ 2021 ນີ້, ທີ່ ສນຊ ໂດຍການເປັນປະທານຂອງ ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານ ສູນກາງແນວລາວສ້າງຊາດ, ມີທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດກໍາມະການກົມການເມືອງສູນກາງພັກ, ອາດີດ ຮອງນາຍົກລັດຖະມົນຕີ, ມີທ່ານ ສຈ.ປອ ຈະເລີນ ເຢຍປາວເຮີ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ກໍາມະການສູນກາງແນວລາວສ້າງຊາດອ້ອມຂ້າງສູນກາງ, ມີຜູ້ຕາງໜ້າສະມາຄົມຜູ້ອາຍຸສູງ, ສະມາຄົມຄຸນຄ່າລາວ ແລະ ສາສະໜາຕ່າງໆ ແລະ ພະນັກງານ ສນຊ ເຂົ້າຮ່ວມ.
ໃນພິທີ ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ໃຫ້ກຽດປາຖະກະຖາວັນສ້າງຕັ້ງແນວລາວສ້າງຊາດ, ປາຖະກະຖາຊີວິດ ແລະ ຜົນງານການເຄື່ອນໄຫວປະຕິວັດຂອງທ່ານປະທານ ສຸພານຸວົງ, ວັນສ້າງຕັ້ງສາຍພົວພັນທາງການທູດລາວ-ຈີນ ແລະ ວັນສ້າງຕັ້ງພັກກອມມູນິດຈີນ, ການປາຖະກະຖາໃນຄັ້ງນີ້ ທ່ານໄດ້ຍົກໃຫ້ເຫັນປະຫວັດສາດແຫ່ງການກຳເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງວັນປະຫວັດສາດດັ່ງກ່າວ, ເພື່ອເຮັດໃຫ້ພະນັກງານ, ລັດຖະກອນພາຍໃນ ສນຊ ໄດ້ຮັບຮູ້ເຂົ້າໃຈເຊື່ອມຊຶມກຳແໜ້ນນໍາເອົາເນື້ອໃນຈິດໃຈດັ່ງກ່າວໄປຈັດຕັ້ງຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານ ແລະ ຄວາມຮັບຜິດຊອບຂອງຕົນຢ່າງມີປະສິດທິຜົນສູງ, ເພື່ອເຮັດໃຫ້ພະນັກງານ-ລັດຖະກອນເປັນຜູ້ນໍາທີ່ມີຄວາມຈົ່ງຮັກພັກດີຕໍ່ອຸດົມການປະຕິວັດຢ່າງເດັດຂາດ, ຍາມໃດກໍ່ຍົກສູງສະຕິລະບຽບວິໄນຕໍ່ການຈັດຕັ້ງນັບຖືໝູ່ຄະນະ, ມີນໍ້າໃຈຮັກຊາດອັນດູດດື່ມ, ມີທັດສະນະຫຼັກໝັ້ນອັນໜັກແໜ້ນ, ມີນໍ້າໃຈເສຍສະຫຼະອັນສູງສົ່ງ ເພື່ອຊາດເພື່ອປະຊາຊົນ ແລະ ຕ້ອງເດັດດ່ຽວໜຽວແໜ້ນປົກປັກຮັກສາປະເທດຊາດ ແລະ ສືບຕໍ່ເພີ່ມທະວີຄວາມສາມັກຄີທົ່ວປວງຊົນໃຫ້ແໜ້ນແຟ້ນຂຶ້ນ ພ້ອມກັນນີ້, ທ່ານໄດ້ໃຫ້ ພະນັກງານ-ລັດຖະກອນ ຮູ້ເຖິງຄວາມເປັນມາ ແລະ ມູນເຊື້ອແຫ່ງການສ້າງຕັ້ງສາຍພົວພັນການທູດ, ໝາກຜົນອັນພົ້ນເດັ່ນໃນການພົວພັນຮອບດ້ານຮ່ວມມືລະຫວ່າງ 2 ພັກ, ສອງລັດ ແລະ ປະຊາຊົນສອງປະເທດທີ່ມີມູນເຊື້ອມາແຕ່ດົນນານ ແລະ ມີເສັ້ນຊາຍແດນທີ່ຕິດຈອດກັນ. ສິ່ງສໍາຄັນແມ່ນມີພັກກອມມູນິດນໍາພາການປະຕິວັດຄືກັນ, ພັກ-ລັດຖະບານ ແລະ ປະຊາຊົນຈີນ ອ້າຍນ້ອງໄດ້ຢູ່ຄຽງຂ້າງ ແລະ ໃຫ້ການສະໜັບສະໜູນຊ່ວຍເຫຼືອແກ່ການປະຕິວັດລາວ ທັງດ້ານວັດຖຸ ແລະ ຈິດໃຈໃນເວທີພາກພື້ນ ແລະ ສາກົນ