
ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ(ສນຊ) ໄດ້ຫວນຄືນມູນເຊື້ອພັກປະຊາຊົນ ປະຕິວັດລາວ (ພັກ ປປ ລາວ) ໂດຍໄດ້ຍົກໃຫ້ເຫັນ 4 ເນື້ອໃນສຳຄັນເປັນຕົ້ນ: ສະພາບແວດລ້ອມການກຳເນີດ ການເຕີບໃຫຍ່ຂະຫຍາຍຕົວ, ຜົນງານທີ່ພົ້ນເດັ່ນໃນການນຳພາຂອງພັກ ແລະ ການເສີມຂະຫຍາຍມູນເຊື້ອ, ທາດແທ້ປະຕິວັດຂອງພັກປະຊາຊົນ ປະຕິວັດລາວ ຕະຫຼອດໄລຍະ 68 ປີຜ່ານມາ; ພັກປະຊາຊົນ ປະຕິວັດລາວໄດ້ຮັບການສ້າງຕັ້ງຂື້ນໃນວັນທີ 22 ມີນາ 1955. ການສ້າງຕັ້ງແມ່ນມີຄວາມຈຳເປັນພາວະວິໄສ ທາງດ້ານປະຫວັດສາດ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂະບວນການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ແສງສະຫວ່າງຂອງລັດທິມາກ-ເລນິນ ໂດຍໄດ້ສຶບທອດຈາກພັກຄອມມູນິດອິນດູຈີນ. ພາຍຫຼັງພັກປະຊາຊົນປະຕິວັດລາວ ໄດ້ຮັບການສ້າງຕັ້ງຂື້ນ ກໍ່ໄດ້ແບກຫາບພາລະກຳປະຫວັດສາດ ອັນແສນຫຍຸ້ງຍາກລຳບາກ, ເຊິ່ງເຕັມໄປດ້ວຍການທົດສອບທີ່ລະອິດລະອ້ຽວ ແລະ ເສຍສະຫຼະອັນໃຫ່ຍຫຼວງ ແຕ່ມີກຽດອັນສູງສົ່ງ ເພື່ອນຳພາປວງຊົນລາວທັງຊາດ ຕໍ່ສູ້ປົດປ່ອຍຊາດອອກຈາກແອກປົກຄອງຂອງຕ່າງຊາດ. ເພື່ອນຳເອົາຄວາມເປັນເອກະລາດ ອິດສະຫຼະພາບ, ສິດເປັນເຈົ້າຂອງປະເທດຊາດອັນແທ້ຈິ່ງມາສູ່ປະເທດຊາດ ແລະ ປະຊາຊົນບັນດາເຜົ່າ. ພາຍໃຕ້ການນຳພາອັນຖືກຕ້ອງສະຫຼາດສ່ອງໃສ. ສາມາດໄດ້ຮັບໄຊຊະນະ ຈາກໄຊຊະນະນີ້ໄປສູ່ໄຊຊະນະໃໝ່ ສ້າງປະຫວັດສາດໃຫ່ມອັນສະຫວ່າງສະໄຫວ ແລະ ສາມາດປ່ອຍປະເທດຊາດໄດ້ຢ່າງສົມບູນ ໃນເງື່ອນໄຂປ່ຽນແປງໃໝ່ ພັກເຮົາໄດ້ສຶບຕໍ່ນຳພາປະເທດຊາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທົດສອບຕ່າງໆ ສາມາດຍາດໄດ້ຜົນງານອັນໃຫ່ຍຫຼວງເປັນກ້າວໆມາ. ເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງໝັກແໜ້ນ, ສັງຄົມມີຄວາມສະຫງົບ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍຕິດພັນກັບ 2 ວາລະແຫ່ງຊາດ ພ້ອມທັງເປີດກວ້າງການຮ່ວມມືກັບຕ່າງປະເທດຕາມຫລັກການຂອງພັກ ແລະ ພ້ອມນີ້ ທ່ານກໍ່ໄດ້ຍົກກ່ຽວກັບທິດທາງນຳພາຊີ້ນຳວຽກງານແນວລາວສ້າງຊາດ ຂອງອົງຄະນະພັກ ສນຊ ໃນປີ 2023.
ພ້ອມກັນນັ້ນ, ທ່ານໄດ້ຮຽກຮ້ອງໃຫ້ບັນດາສະຫາຍສະມາຊິກພັກ ກໍ່ຄືພະນັກງານຫຼັກແຫຼ່ງ ໂດຍສະເພາະ ພະນັກງານໜຸ່ມນ້ອຍຮຸ່ນສືບທອດປ່ຽນແທນ ຈົ່ງໄດ້ເພີ່ມທະວີນໍ້າໃຈຮັກຊາດອັນສູງສົ່ງ, ເສີມຂະຫຍາຍມູນເຊື້ອຂອງພັກປະຊາຊົນປະຕິວັດລາວ ປົກປັກຮັກສາໝາກຜົນຂອງການປະຕິວັດ ພ້ອມກັນກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມພາຍໃຕ້ການນຳພາຂອງພັກ. ການຫວນຄືນມູນເຊື້ອ ແມ່ນເນື່ອງໃນໂອກາດວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 68 ປີ (22 ມີນາ 1955-22 ມີນາ 2023).
ເຂົ້າຮ່ວມຮັບຟັງ ມີບັນດາທ່ານຮອງປະທານ ຜູ້ປະຈຳການ ແລະ ບໍ່ປະຈຳການ ສນຊ, ກຳມະການ ສູນກາງແນວລາວສ້າງຊາດ ອ້ອມຂ້າງສູນກາງ, ພັນລະຍາການນໍາ, ສະມາຄົມຜູ້ສູງອາຍຸ, ສະມາຄົມຄຸນຄ່າລາວ, ສາສະໜາຕ່າງໆ ພ້ອມດ້ວຍພະນັກງານຫລັກແຫລ່ງ ຂອງ ສນຊ ເຂົ້າຮ່ວມ ໃນວັນທີ 17 ມີນາ 2023 ທີ່ສູນກາງແນວລາວສ້າງຊາດ.
ຂ່າວ-ຮູບ: ດວງມະນີ
ບ.ກ: ພ ບຸບຜາພອນ