ສູນກາງແນວລາວສ້າງຊາດ

Lao Front For National Development

ສນຊ ຫວນຄືນ ວິລະກໍາ ກອງຮ້ອຍຫີນເພັດ ວິລະຊົນ

ທີ່ສູນກາງແນວລາວສ້າງຊາດ ໄດ້ຫວນຄືນ ວິລະກໍາ ກອງຮ້ອຍຫີນເພັດ ວິລະຊົນ ໃນວັນທີ 14 ຕຸລາ 2020 ນີ້, ເປັນກຽດເຂົ້າຮ່ວມມີທ່ານ ນ. ຄໍາຈັນ ພົມແສງສະຫວັນ, ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານ ສນຊ, ມີບັນດາພະນັກງານອາວຸໂສບໍານາມ, ແຂກທີ່ຖືກເຊີນ ແລະ ພະນັກງານ-ລັດຖະກອນ ສນຊ ເຂົ້າຮ່ວມ.

ໃຫ້ກຽດປາຖະກະຖາໂດຍທ່ານ ພົ/ວ ທອງເຄນ ອ່ອນດາວົງ ພະນັກງານປະຕິວັດ-ອາວຸໂສບຳນານ, ອາດີດຮອງປະທານສະຫະພັນນັກຮົມເກົ່າແຫ່ງຊາດລາວ ເຊິ່ງທ່ານໄດ້ໃຫ້ຮູ້ວ່າ: ຜ່ານຂະບວນວິວັດແຫ່ງການຕໍ່ສູ້ຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນໍາພາຂອງພັກໃນທຸກບາດກ້າວເດີນຂອງພາລະກິດຕໍ່ສູ້ປະຕິວັດບົນເສັ້ນທາງອັນລະອິດລະອ້ຽວ, ລໍາບາກ, ຍາວນານ ແລະ ເຕັມໄປດ້ວຍການເສຍສະຫຼະອັນໃຫຍ່ຫຼວງນັ້ນ ລ້ວນແຕ່ຕິດພັນກັບການເຄື່ອນໄຫວສູ້ຮົບທີ່ອົງອາດກ້າຫານຂອງກອງທັບ ແລະ ປະຊາຊົນລາວ; ໃນໄລຍະດັ່ງກ່າວມີຫຼາຍກົມກອງນັບທັງກໍາລັງຫຼວງ ແລະ ກຳລັງທ້ອງຖິ່ນ ສ້າງໄດ້ຜົນງານທີດີເດັ່ນປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ປະເທດຊາດຢ່າງສົມກຽດ. ໃນນັ້ນ, ກອງຮ້ອຍ 2 (ກອງຮ້ອຍຫີນເພັດ ວິລະຊົນ) ປ້ອງກັນສໍານັກງານແນວລາວຮັກຊາດ ທີ່ປະຈໍາຢູ່ນະຄອນຫຼວງວຽງຈັນ, ແມ່ນພາກສ່ວນໜຶ່ງຂອງກອງທັບປະຊາຊົນລາວ ທີ່ມີຜົນງານດີເດັ່ນໃນການເຮັດໜ້າປ້ອງກັນລັດຖະບານປະສົມ ຄັ້ງທີ 2, ປ້ອງກັນຜູ້ຕາງໜ້າແນວລາວຮັກຊາດ ແລະ ຄະນະຜູ້ແທນຂອງແນວລາວຮັກຊາດ ທີ່ເຂົ້າມາເຈລະຈາແຕ່ລະຄັ້ງໃຫ້ມີຄວາມປອດໄພ. ຕະຫຼອດໄລຍະ ປີ 1962-1974 ທີ່ກອງຮ້ອຍ 2 (ກອງຮ້ອບຫີນເພັດ) ປ້ອງກັນຜູ້ນໍາປະຈໍາສຳນັກງານຜູ້ຕາງໜ້າແນວລາວຮັກຊາດ ຢູ່ນະຄອນຫຼວງວຽງຈັນ ໄດ້ຮັກສາມູນເຊື້ອຂອງກອງທັບເຮົາເປັນຢ່າງດີມີຄວາມຈົງຮັກພັກດີຕໍ່ປະເທດຊາດ ຢ່າງສຸດຂີດ, ມີນໍ້າໃຈສູ້ຮົບພິລະອາດຫານບໍ່ຄອນແຄນຕໍ່ການປິດລ້ອມອ້ອມຕີ, ນາບຂູ່ຂອງສັດຕູຢ່າງເດັດຂາດ, ມີນໍ້າໃຈອົດທົນ, ເດັດດ່ຽວໜຽວແໜ້ນຜ່ານຜ່າຄວາມຫຍຸ້ງຍາກນາໆປະການ, ເຮັດສໍາເລັດທຸກໜ້າທີ່, ຕີຊະນະທຸກກົນອຸບາຍເລ່ລ່ຽມ, ທໍາລາຍມ້າງເພຂອງສັດຕູໃຫ້ປະລາໄຊ, ປ້ອງກັນຜູ້ນໍາເຮົາໃຫ້ມີຄວາມປອດໄພຮ້ອຍສ່ວນຮ້ອຍ ດັ່ງນັ້ນ, ກອງຮ້ອຍ 2 (ກອງຮ້ອບຫີນເພັດ) ປ້ອງກັນຜູ້ນໍາເຮົາປະຈໍາຢູ່ນະຄອນຫຼວງວຽງຈັນ ຈິ່ງໄດ້ຮັບນາມມະຍົດ ເປັນກອງຮ້ອຍຫີນເພັດ ວິລະຊົນ ຂອງຊາດລາວ.

 

info@lfnd.org.la | 021 213754 | (856-21) 453191