ເພື່ອສະແດງເຖິງຄວາມຮູ້ບຸນຄຸນຕໍ່ການນຳພັກ-ລັດ ເນື່ອງໃນໂອກາດປີໃໝ່ລາວທີ່ຈະໝູນມາບັນຈົບຄົບຮອບອີກວາລະໜຶ່ງ.
ທ່ານ ຄຳໃບ ດຳລັດ ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ (ສນຊ), ທ່ານ ເຢຍເກີຢາ ໜໍຈໍ່ຈົງຕົວ ຄະນະພັກ, ຮອງປະທານ ສນຊ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນທ່ານ ບຸນຍັງ ວໍລະຈິດ ກຳມະການກົມການເມືອງສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ໃນວັນທີ 11 ເມສາ 2018, ທີ່ເຮືອນຂອງເພິ່ນ, ໃນໂອກາດນີ້ທ່ານຮອງປະທານ ສນຊ ໄດ້ກ່າວວ່າ: ຕາງໜ້າໃຫ້ຄະນະພັກ-ຄະນະປະຈຳ ສນຊ ກໍ່ຄືສະມາຊິກພັກ, ພະນັກງານ ແລະ ລັດຖະກອນທັງໝົດຂອງ ສນຊ ຂໍສະແດງຄວາມຮູ້ບຸນຄຸນຕໍ່ການນຳພັກ-ລັດ ໃນການຊີ້ນຳນຳພາຕະຫລອດໄລຍະຜ່ານມາຕໍ່ວຽກງານແນວລາວສ້າງຊາດ ເຊິ່ງປະຈຸບັນອົງການແນວລາວສ້າງຊາດພວມປະເມີນຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງຄະນະກໍາມະການ ສນຊ ແລະ ໂອກາດປີໃໝ່ນີ້ຂໍໃຫ້ທ່ານປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ, ມີພາລະນາໄມສົມບູນ ສືບຕໍ່ຊີ້ນຳນຳພາການສ້າງສາພັດທະນາປະເທດຊາດ ກໍ່ຄືປະຊາຊົນລາວບັນດາເຜົ່າ ໃຫ້ຫລຸດພົ້ນອອກຈາກຄວາມດ້ອຍພັດທະນາ ຕາມຄາດໝາຍຂອງລັດຖະບານວາງໄວ້.
ໂອກາດດັ່ງກ່າວ ທ່ນປະທານປະເທດແຫ່ງ ສປປລາວ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ຄະນະພັກ-ຄະນະປະຈຳ ສນຊ ພ້ອມດ້ວຍຄະນະ ພ້ອມທັງມີຄຳເຫັນທີ່ສຳຄັນກ່າວວ່າ: ໄລຍະການປະຕິວັດຊາດປະຊາທິປະໄຕ ພັກໄດ້ເອົາແນວໂຮມອອກໜ້າເພື່ອປະຕິບັດພາລະບົດບາດແທນພັກ ໃນການປຸກລະດົມຂົນຂວາຍ ແລະ ເຕົ້າໂຮມຄວາມສາມັກຄີປວງຊົນທັງຊາດເຂົ້າຮ່ວມພາລະກິດປົດປ່ອຍຊາດ ແລະ ມາຮອດໄລຍະໃໝ່ແນວລາວສ້າງຊາດຍັງຮັກສາໄດ້ມູນເຊື້ອ ແລະ ສືບຕໍ່ເສີມຂະຫຍາຍພ້ອມທັງປະຕິບັດຕາມພາລະບົດບາດໃນການເຕົ້າໂຮມຄວາມສາມັກຄີທຸດຊົນເຜົ່າ, ສາສະໜາ, ຊັ້ນຄົນ, ເພດ-ໄວ ໃຫ້ເປັນປຶກແຜ່ນແຫນ້ນໜາ, ພ້ອມກັນມີສະຕິຕໍ່ກົນອຸບາຍຫັນປ່ຽນຂອງພວກຄົນບໍ່ຫວັງດີ ແລະ ເປັນກະບອກສຽງຊ່ວຍພັກ-ລັດໃນການຕີຖ້ອຍທຳນອງບິດເບືອນຄວາມຈິງທີ່ໃສ່ຮ້າຍປ້າຍສີລະບອບໃໝ່ພວກເຮົາ.