ສູນກາງແນວລາວສ້າງຊາດ

Lao Front For National Development

ສນຊ ຮັບເຄື່ອງຊ່ວຍເຫຼືອ

ສູນກາງແນວລາວສ້າງຊາດ(ສນຊ)  ໄດ້ຮັບເຄື່ອງຊ່ວຍເຫຼືອລວມມູນຄ່າ 51 ລ້ານກວ່າກີບ, ໃຫ້ກຽດກ່າວມອບໂດຍ ທ່ານ ສຈ.ປອ ໄຊຍະມັງ ວົງສັກ ກຳມະການສູນກາງແນວລາວສາ້ງຊາດ, ອາດີດຮອງປະທານສູນກາງແນວລາວສາ້ງຊາດ ແລະ ທ່ານ ນາງ ແກ້ວມະນີວອນ ຜາລີຂັນ ປະທານສະມາຄົມຄຸນຄ່າລາວ; ເປັນກຽດກ່າວຮັບໂດຍທ່ານ ຄຳເຜີຍ ບຸດດາວຽງ ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ ແລະ ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ ໃນວັນທີ ໃນວັນທີ 11 ມັງກອນ 2021 ນີ້ ທີ່ສຳນັກງານສູນກາງແນວລາວສ້າງຊາດ.

ເຄື່ອງທີ່ໄດ້ຮັບໃນຄັ້ງນີ້ມີ: ປື້ມການປ່ຽນແປງການດຳລົງຊີວິດຂອງຊົນເຜົ່າຍຸມບຣີ ໃນເຂດເມືອງພຽງ ແຂວງໄຊຍະບູລີ, ມີໝາກເບັງໃຫຍ່, ເຄື່ອງອຸປະໂພກ ແລະ ເງິນສົດຈຳນວນໜຶ່ງລວມເປັນມູນຄ່າທັງໝົດ 51 ລ້ານກວ່າກີບ.

ໂອກາດນີ້, ທ່ານ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ທ່ານ ສຈ.ປອ ໄຊຍະມັງ ວົງສັກ ແລະ ທ່ານ ນາງ ແກ້ວມະນີວອນ ຜາລີຂັນ ທີ່ໄດ້ນຳເອົາເຄື່ອງຈຳນວນດັ່ງກ່າວມາມອບໃຫ້ສູນກາງແນວລາວສ້າງຊາດ ໃນຄັ້ງນີ້.

info@lfnd.org.la | 021 213754 | (856-21) 453191