ສູນກາງແນວລາວສ້າງຊາດ

Lao Front For National Development

ສນຊ ຮັບເຄື່ອງຊ່ວຍເຫຼືອ

ໃນປັດຈຸບັນການແຜ່ລະບາດຂອງພະຍາດໂຄວິດ-19 ໃນປະເທດລາວເຮົາ ເຊິ່ງຕົວເລກຂອງຜູ້ຕິດເຊື້ອພະຍາດດັ່ງກ່າວ ມີທ່າອ່ຽງເພີ່ມຂຶ້ນ ແລະ ແຜ່ລາມໄປຢ່າງກ້ວາງຂວາງ ເຊິ່ງເຈົ້າໜ້າທີ່ ແພດ-ໝໍ, ຄະນະສະເພາະກິດ ແລະ ພາກ ສ່ວນທີ່ກ່ຽວຂ້ອງກໍຍັງຄົງເຮັດວຽກໜັກ ໃນການຕ້ານ, ຄວບຄຸມ ແລະ ສະກັດກັ້ນກັບພະຍາດດັ່ງກ່າວໃຫ້ຫຼຸດໜ້ອຍຖອຍລົງ. ເພື່ອເປັນຂວັນກໍາລັງໃຈ ແລະ ການປະກອບສ່ວນຊ່ວຍເຫຼືອຕໍ່ການປະຕິບັດໜ້າທີ່ນັ້ນ ຄອບຄົວ ພົງສະຫວັນ ໄດ້ມອບເງິນຊ່ວຍເຫຼືອ ຈໍານວນ 10,000,000 (ສິບລ້ານກີບ) ໃຫ້ແກ່ສູນກາງແນວລາວສ້າງຊາດ. ເຊິ່ງພິທີມອບຮັບດັ່ງກ່າວໄດ້ຈັດຂຶ້ນທີ່ສູນກາງແນວລາວສ້າງຊາດ ໃນວັນທີ 14 ຕຸລານີ້ ຕາງໜ້າກ່າວມອບໂດຍ ທ່ານ ສີວິໄລ ພົມມະຈັກ ຜູ້ອໍານວຍການ ກຸ່ມບໍລິສັດ ພົງສະຫວັນ ຈໍາກັດ ແລະ ກ່າວຮັບໂດຍ ທ່ານ ດຣ. ຈັນເພັງ ສຸດທິວົງ ຫົວໜ້າຫ້ອງການ ສູນກາງແນວລາວສ້າງຊາດ ມີພະນັກງານຂອງທັງສອງຝ່າຍເຂົ້າຮ່ວມ.

ທ່ານ ຫົວໜ້າຫ້ອງການ ສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຂອບໃຈຕໍ່ພາກສ່ວນດັ່ງກ່າວທີ່ໄດ້ນໍາເອົາວັດຖຸປັດໄຈມາມອບໃຫ້ສູນກາງແນວລາວສ້າງຊາດໃນຄັ້ງນີ້; ເຊິ່ງເງິນຈໍານວນດັ່ງກ່າວ ແມ່ນຈະໄດ້ນໍາໄປມອບຕໍ່ ແຂວງຫຼວງພະບາງ ທີ່ພວມໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19.

info@lfnd.org.la | 021 213754 | (856-21) 453191