ສູນກາງແນວລາວສ້າງຊາດ(ສນຊ) ໄດ້ຮັບເຄື່ອງຊ່ວຍເຫຼືອ ຈາກສູນກາງສະຫະພັນນັກຮົບເກົ່າ ແຫ່ງຊາດລາວ ລວມເປັນມູນຄ່າ 10 ລ້ານກີບ ໃນວັນທີ 24 ພະຈິກ 2020 ນີ້ ທີ່ ສນຊ, ກ່າວມອບ ໂດຍ ທ່ານ ພັນເອກ ບຸນຍໍ ແພງແກ້ວ ຫົວໜ້າຫ້ອງການ ສູນກາງສະຫະພັນນັກຮົບເກົ່າແຫ່ງຊາດລາວ ແລະ ກ່າວຮັບໂດຍ ທ່ານ ໄທລໍ່ ຫວາເຊັ້ງ ຫົວໜ້າກົມຊັ້ນຄົນ-ການຈັດຕັ້ງສັງຄົມ ສູນກາງແນວລາວສ້າງຊາດ
ເຄື່ອງທີ່ນຳມາມອບໃນຄັ້ງນີ້ ມີເຄື່ອງອຸປະໂພກ ແລະ ບໍລິໂພກ. ພ້ອມກັນນີ້, ທ່ານ ໄທລໍ່ ຫວາເຊັ້ງ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການຊ່ວຍເຫຼືອເຄື່ອງຈຳນວນດັ່ງກ່າວ ຂອງສູນກາງສະຫະພັນນັກຮົບເກົ່າແຫ່ງຊາດລາວ ແລະ ເຄື່ອງທີ່ໄດ້ຮັບໃນຄັ້ງນີ້ ແມ່ນສູນກາງແນວລາວສາ້ງຊາດຈະນຳໄປມອບຕໍ່ຊ່ວຍເຫຼືອບັນເທົາທຸກໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ຢູ່ບັນດາແຂວງພາກໃຕ້ ໂດຍສະເພາະແມ່ນແຂວງສະຫວັນນະເຂດ.