ສູນກາງແນວລາວສ້າງຊາດ

Lao Front For National Development

ສນຊ ຮັບເຄື່ອງເຫຼືອ

ໃນວັນທີ 30 ຕຸລາ 2020 ນີ້, ສູນກາງແນວລາວສ້າງຊາດ(ສນຊ)  ໄດ້ຮັບເຄື່ອງອຸປະຖຳຊ່ວຍເຫຼືອປະຊາຊົນຜູ້ທີ່ປະສົບໄພທຳມະຊາດ ຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ ຂອງ ສປປ ລາວ ຈາກທ່ານ ສີສູນທອນ ສິດທິມໍລະດາ ພ້ອມດ້ວຍຄະນະທີ່ເປັນພະນັກງານບຳນານ, ເປັນກຽດກ່າວຮັບໂດຍ ທ່ານ ຄຳໃບ ດຳລັດ ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ.

ເຄື່ອງທີ່ໄດ້ຮັບໃນຄັ້ງນີ້ ມີເຄື່ອງອຸປະໂພກ ແລະ ບໍລິໂພກ ເພື່ອນຳໄປມອບຕໍ່ຊ່ວຍເຫຼືອບັນເທົາທຸກໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ. ພ້ອມກັນນີ້, ທ່ານ ຮອງປະທານ ສນຊ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງຍີ່ງຕໍ່ການຊ່ວຍເຫຼືອເຄື່ອງຈຳນວນດັ່ງກ່າວ ຂອງບັນດາທ່ານ  ຜ່ານສູນກາງແນວລາວສ້າງຊາດ ເພື່ອນຳໄປມອບຕໍ່ຊ່ວຍບັນເທົາທຸກແກ່ພີ່ນ້ອງປະຊາຊົນທີ່ໄດ້ຮັບຄວາມລຳບາກຈາກອຸທົກກະໄພ ໃນຄັ້ງນີ້.

 

 

 

info@lfnd.org.la | 021 213754 | (856-21) 453191