ລະຫວ່າງວັນທີ 7-10 ເມສາ 2020ນີ້ ຄະນະປະຈໍາສູນກາງແນວລາວສ້າງຊາດ(ສນຊ) ຮ່ວມກັບທີ່ປຶກສາ ແລະ ຄູ່ຮ່ວມງານໂດຍມີ: ສະມາຄົມຄຸນຄ່າລາວ, ມູນນິທິພົງສະຫວັນ, ຮ້ານຄໍາພູວົງ, ບໍລິສັດດວງພະສຸກກໍ່ສ້າງຈໍາກັດ, ບໍລິສັດເພັດບັນດິດກໍ່ສ້າງຈໍາກັດ, ມູນນິທິພົງສະຫວັນ ແລະ ສະມາຄົມມິດຕະພາບລາວ-ເຢຍລະມັນ ໄດ້ນໍາເອົາເຄື່ອງຊ່ວຍເຫຼືອປະເພດບໍລິໂພກ ແລະ ່ອປະໂພກຫລາຍລາຍການໄປມອບໃຫ້ 4 ໂຮງໝໍຂອງສູນກາງເປັນຕົ້ນ: ໂຮງໝໍ 150 ຕຽງ, ໂຮງໝໍ 103, ໂຮງໝໍ ມະໂຫສົດ ແລະ ໂຮງໝໍເຊດຖາທິຣາດ ເຊິ່ງລວມເປັນມູນຄ່າທັງໝົດ 309.629.000ກີບ ແລະ ເງິນສົດ 40 ລ້ານກີບ.
