ສູນກາງແນວລາວສ້າງຊາດ

Lao Front For National Development

ສນຊ ຮ່ວມກັບມູນນິທິພົງສະຫວັນ ມອບເຄື່ອງມູນຄ່າ 66ລ້ານກ່ວາກີບ ໃຫ້ໂຮງໝໍມະໂຫສົດ.

ທ່ານ ດຣ ພິສິດ ພຸດສະຫວັດ ຜູ້ອຳນວຍການໃຫຍ່ໂຮງໝໍມະໂຫສົດກ່າວວ່າ: ໂຮງໝໍມະໂຫສົດເປັນໂຮງໝໍທີ່ເກົ່າແກ່ສ້າງຕັ້ງຂຶ້້ນໃນປີ 1903, ໃນແຕ່ລະໄລຍະ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປະຕິບັດໜ້າທີ່ປິ່ນປົວສຸຂະພາບໃຫ້ປະຊາຊົນລາວບັນດາເຜົ່າ ບໍ່ຈັກວ່າເທົ່າໃດເທື່ອຄົນ ຕາມພາລະບົດບາດ ແລະ ຈັນຍາບັນ. ນັບແຕ່ທ້າຍປີ 2019 ເປັນຕົ້ນມາພະຍາດອັກເສບປອດສາຍພັນໃໝ່ (COVID-19) ໄດ້ລະບາດຢ່າງກ້ວາງຂວາງ, ຮ້າຍແຮງ ແລະ ແຜ່ລາມໄປຫລາຍປະເທດໃນໂລກ ເຊິ່ງມັນໄດ້ສ້າງຄວາມເສຍຫາຍອັນຍິ່ງໃຫຍ່ຕໍ່ຊີວິດຂອງຄົນ ແລະ ສົ່ງຜົນສະທ້ອນຕໍ່ລະບົບເສດຖະກິດຂອງໂລກ ແລະ ພາກພື້ນ. ສໍາລັບຢູ່ ສປປ ລາວ ພັກ-ລັດຖະບານ ກໍ່ໄດ້ມີມາດຕະການຢ່າງເຂັ້ມງວດໃນການຄວບຄຸມ ແລະ ປ້ອງກັນ ໂດຍການປິດປະເທດ; ບັນດາເຈົ້າໜ້າທີ່ສະເພາະກິດ, ປກສ-ປກຊ ແລະ ແພດໝໍໄດ້ປະຕິບັດໜ້າທີ່ຂອງຕົນຕະຫລອດ 24 ຊົ່ວໂມງ ໃນນັ້ນໂຮງໝໍມະໂຫສົດກໍ່ແມ່ນໜຶ່ງໃນບັນດາໂຮງໝໍສູນກາງ ທີ່ໄດ້ຮັບການຊີ້ນໍາຈາກຂັ້ນເທິງ ໃນການຄວບຄຸມ ແລະ ປ້ອງກັນຢ່າງເຄັ່ງຄັດຕາມຄໍາສັ່ງເລກທີ 06/ນຍ ເຊິ່ງໂຮງໝໍແຫ່ງນີ້ປະກອບມີ 33 ພະແນກ ແລະ ໜຶ່ງສູນ ໂດຍມີການຈັດກໍາລັງເຈົ້າໜ້າທີ່ແພດໝໍຍາມເປັນຈຸດ ສໍາລັບການເຂົ້າອອກຂອງພີ່ນ້ອງຄົນເຈັບ ແລະ ການປິ່ນປົວຄົນເຈັບທີ່ປອດໄພຈາກ ໂຄວິດ 19.

ເພື່ອເປັນຂັວນກໍາລັງໃຈ ແລະ ປະກອບສ່ວນຊ່ວຍເຫລືອຕໍ່ການປະຕິບັດໜ້າທີ່ນັ້ນ, ຕອນເຊົ້າວັນທີ 10/4/2020 ນີ້, ສູນກາງແນວລາວສ້າງຊາດ(ສນຊ) ຮ່ວມກັບມູນນິທິພົງສະຫວັນ ໄດ້ນໍາເອົາເຄື່ອງບໍລິໂພກ ແລະ ອຸປະໂພກ ລວມມີ 10 ລາຍການຄື: ຖົງມືການແພດ, ເຈວລ້າງມື, ໝີ່ມ່າໆ, ໝໍ້ຕົມນໍ້າຮ້ອນ, ໜ້າກາກອະນາໄມ, ນໍ້າດື່ມ, ໂອວັນຕິນ, ກາເຟດາວ, ນົມຂຸ້ນຫວານ ແລະ ນົມແລັກຕາຊອຍ ລວມມູນຄ່າທັງໝົດ 66,564,000ກີບ.ກ່າວມອບໂດຍທ່ານ ຈັນທະວົງ ແສນອາມາດມົນຕີ ຄະນະພັກ, ຮອງປະທານສູນກາງແນວລາວສ້າງຊາດ ແລະ ກ່າວຮັບໂດຍທ່ານ ດຣ ພິສິດ ພຸດສະຫວັດ ຜູ້ອໍານວຍການໃຫຍ່ໂຮງໝໍມະໂຫສົດ ໂດຍຊ້ອງໜ້າທ່ານ ຄໍາຫຼ້າ ລໍລອນສີ ປະທານມູນນິທິພົງສະຫວັນ ແລະ ພະນັກງານທີ່ກ່ຽວຂ້ອງທັງສາມຝ່າຍເຂົ້າຮ່ວມ ທີ່ໂຮງໝໍມະໂຫສົດ.

ທ່ານຮອງປະທານ ສນຊ ໄດ້່ກ່າວບາງຕອນວ່າ: ເຖິງແມ່ນວ່າເຄື່ອງທີ່ນໍາມາຊ່ວຍເຫລືອຄັ້ງນີ້ ຈະບໍ່ມີມູນຄ່າສູງກໍ່ຕາມ ແຕ່ກໍ່ໄດ້ສະແດງເຖິງນໍ້າໃຈ ແລະ ຄວາມເປັນຫ່ວງເປັນໃຍຂອງຄະນະນໍາ ສນຊ ແລະ ມູນນິທິພົງສະຫວັນ ຕໍ່ເຈົ້າໜ້າທີ່ແພດໝໍທັງໝົດໃນການປະຕິບັດໜ້າທີ່ຂອງຕົນດ້ວຍຄວາມເອົາໃຈໃສ່; ຈາກນັ້ນ ທ່ານອຳນວຍການໃຫຍ່ໂຮງໝໍດັ່ງກ່າວ ກໍ່ໄດ້ຕາງໜ້າໃຫ້ຄະນະນໍາ ແລະ ພະນັກງານແພດໝໍສະແດງຄວາມຂອບໃຈ ແລະ ຈະນໍາໃຊ້ເຄື່ອງຊ່ວຍເຫລືອຄັ້ງນີ້ ໃຫ້ເກີດປະໂຫຍດສູງສຸດ.

info@lfnd.org.la | 021 213754 | (856-21) 453191