ໃນວັນທີ 10 ເມສາ 2020 ສູນກາງແນວລາວສ້າງຊາດ(ສນຊ) ຮ່ວມກັບມູນນິທິ ພົງສະຫັວນ ໄດ້ມອບເຄື່ອງຊ່ວຍເຫລືອໃຫ້ແກ່ໂຮງໝໍເຊດຖາທິຣາດ, ເປັນກຽດກ່າວມອບໂດຍທ່ານ ເຍ່ຍເກີຢ່າ ໜໍຈໍຈົງຕົວ ຮອງປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະໜ່ວຍງານມູນນິທິ ພົງສະຫວັນ ສະຫວັນ ແລະ ໃຫ້ກຽດກ່າວຮັບໂດຍ ທ່ານ ດຣ. ໄພວັນ ແກ້ວປະເສີດ ຜູ້ອຳນວຍການໂຮງໝໍເຊດຖາທິຣາດ.
ເຄື່ອງຊ່ວຍເຫຼືອທີ່ມອບໃນຄັ້ງນີ້ປະກອບມີຖົງມືການແພດ ຈໍານວນ 3,000 ອັນ, ເຈວລ້າງມື 300 ແກ້ວ,. ໝີ່ມ່າມ້າ 200 ແກັດ, ໝໍ້ຕົ້ມນໍ້າຮ້ອນ 10 ໜ່ວຍ, ໜ້າກາກອານາໄມ ຈໍານວນ 5,000 ອັນ, ນໍ້າດື່ມ ຈໍານວນ 200 ແກັດ, ໂອວັນຕີນ 16 ແກັດ, ກາເຟ 16 ແກັດ, ນົມຂຸ້ນຫວານ 16 ແກັດ ແລະ ນົມເລັກຕາຊອຍ ຈໍານວນ 20 ແກັດ ລວມມູນຄ່າ: 66,564,000 ກີບ. ເພື່ອປະກອບສ່ວນສົມທົບຕ້ານ, ປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ COVID-19.
ໂອກາດນີ້, ທ່ານ ດຣ. ໄພວັນ ແກ້ວປະເສີດ ໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງ ຕໍ່ສູນກາງແນວລາວສ້າງຊາດ ແລະ ມູນນິທິພົງສະຫວັນ ທີ່ໄດ້ນຳເອົາເຄື່ອງຊ່ວຍເຫຼືອຈຳນວນດັ່ງກ່າວ ໄປມອບໃຫ້ໂຮງໝໍໃນຄັ້ງນີ້.