ສູນກາງແນວລາວສ້າງຊາດ

Lao Front For National Development

ສນຊ ຮ່ວມກັບ ບໍລິສັດ ຄຳພວງເພັດ ສ້າງຂະບວນການກິລາຂ່ຳນັບຮັບຕ້ອນວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ

ໃນວັນທີ 7 ສິງຫາ 2020 ນີ້, ສູນກາງແນວລາວສ້າງຊາດ(ສນຊ) ຮ່ວມກັບ ບໍລິສັດ ຄຳພວງເພັດ ສ້າງຂະບວນການຫຼີ້ນກິລາບານເຕະ ແລະ ກິລາເປຕັງ ຂ່ຳນັບຮັບຕ້ອນກອງປະຊຸມຄົບຄະນະກຳມະການສູນກາງແນວລາວສ້າງຊາດ ຄັ້ງທີ 5 ສະໄໝທີ X ແລະ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ(13 ສິງຫາ 1950-13 ສິງຫາ 2020), ເປັນກຽດເຂົ້າຮ່ວມມີ ທ່ານ ຄໍາໃບ ດໍາລັດ ກໍາມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ, ມີບັນດາທ່ານຮອງປະທານສູນກາງແນວລາວສ້າງຊາດ, ພະນັກງານອາວຸໂສບຳນານ ແລະ ນັກກິລາທັງສອງຝ່າຍເຂົ້າຮ່ວມ.

 

info@lfnd.org.la | 021 213754 | (856-21) 453191