ສູນກາງແນວລາວສ້າງຊາດ

Lao Front For National Development

ສນຊ ຮ່ວມກັບ ອົງກນຈັດຕັ້ງສັງຄົມ ແລະ ພາກທຸລະກິດ ມອບເງິນສົດ 200 ລ້ານກີບ ສົມທົບການຈັດຊື້ວັກແຊ້ງ ຕ້ານພະຍາດໂຄວິດ-19

ດ້ວຍຄວາມເປັນຫ່ວງເປັນໃຍ ແລະ ປະຕິບັດຕາມທິດຊີ້ນໍາຂອງພັກລັດ ໃນການລະດົມທຶນຮອນ (ເປັນເງິນສົດ)ປະກອບສ່ວນ ເພື່ອຈັດຊື້ວັກແຊັງຕ້ານພະຍາດໂຄວິດ-19 ມາສັກໃຫ້ປະຊາຊົນລາວບັນດາເຜົ່າ ສະນັ້ນ, ສູນກາງແນວລາວສ້າງຊາດ (ສນຊ)ຮ່ວມກັບ ອົງການຈັດຕັ້ງສັງຄົມ ແລະ ພາກທຸລະກິດ ໄດ້ນໍາເອົາເງີນສົດ ຈໍານວນ 200 ລ້ານກີບສົມທົບການຈັດຊື້ວັກແຊ້ງ ຕ້ານພະຍາດໂຄວິດ -19ໃຫ້ກະຊວງສາທາລະນະສຸກ, ໃຫ້ກຽດຕາງໜ້າກ່າວມອບໂດຍທ່ານ ນາງ ຄໍາຈັນ ພົມແສງສະຫວັນ ຄະນະປະຈໍາພັກ, ຮອງປະທານ ສູນກາງແນວລາວສ້າງຊາດ ແລະ ກ່າວຮັບໂດຍທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໂດຍມີພະນັກງານກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ. ​ ໃນໂອກາດດັ່ງກ່າວ ທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຕາງໜ້າຄະນະນໍາກະຊວງ ແລະຄະນະສະເພາະກິດ ສະແດງຄວາມຂອບໃຈ ແລະຄວາມຮູ້ບຸນຄຸນອັນລົ້ນເຫຼືອຕໍ່ການນໍາສູນກາງແນວລາວສ້າງຊາດ, ອົງກນຈັດຕັ້ງສັງຄົມ ແລະພາກທຸລະກິດ ທີ່ໄດ້ປຸກລະດົມທຶນຮອນທາງດ້ານວັດຖຸ ແລະຈິດໃຈ ປະກອບສ່ວນໃນວຽກງານສາທາລະນະສຸກ, ເງິນຈໍານວນດັ່ງກ່າວແມ່ນຈະໄດ້ນໍາໄປຊື້ວັກແຊ້ງ ຕ້ານພະຍາດໂຄວິດ- ຕາມການຊີ້ນໍາຂອງລັດຖະບານແຫ່ງ ສປປ ລາວ ບຸນຄຸນ ໃນໂອກາດດັ່ງກ່າວທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຍັງໄດ້ມອບໃບກຽດຕິຄຸນໃຫ້ສູນກາງແນວລາວສ້າງຊາດ, ອົງການຈັດຕັ້ງສັງຄົມ ແລະພາກທຸລະກິດຕື່ມອີກ. ພິທີມອບ-ຮັບໄດ້ຈັດຂຶ້ນໃນຕອນບ່າຍ ວັນທີ 3 ມິຖຸນາ 2021 ຢູ່ກະຊວງສາທາລະນະສຸກ.

info@lfnd.org.la | 021 213754 | (856-21) 453191