ສູນກາງແນວລາວສ້າງຊາດ(ສນຊ) ໄດ້ຈັດກອງເຜີຍແຜ່ຄຳແນະນຳ ກ່ຽວກັບການສະຫຼອງວັນບຸນຕ່າງໆ ແລະ ການປະຕິບັດບາງຮີດຄອງປະເພນີ ຂອງປະຊາຊົນລາວບັນດາເຜົ່າ ຂື້ນທີ່ຫ້ອງປະຊຸມ ຊັ້ນສອງ ສນຊ, ເປັນກຽດປາຖະກະຖາໂດຍ ທ່ານ ເຍ່ຍເກີຢ່າ ໜໍຈໍຈົງຕົວ ຮອງປະທານສູນກາງແນວລາວສ້າງຊາດ, ມີບັນດາທ່ານຄະນະປະຈຳ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ບັນດາກົມ, ສູນຝຶກອົບຮົມ ແລະ ກຳມະການ ສນຊ, ບັນດາທ່ານຕາງໜ້າກະຊວງ-ອົງການ ພ້ອມດ້ວຍພະນັກງານ-ລັດຖະກອນ ສູນກາງແນວລາວສ້າງຊາດ ເຂົ້າຮ່ວມ ໃນວັນທີ 23 ກັນຍາ 2020
ທ່ານ ຮອງປະທານ ສນຊ ໄດ້ເຜີຍແຜ່ຄຳແນະນຳ ກ່ຽວກັບການສະຫຼອງວັນບຸນຕ່າງໆ ແລະ ການປະຕິບັດບາງຮີດຄອງປະເພນີ ຂອງປະຊາຊົນລາວບັນດາເຜົ່າ ສະບັບເລກທີ 047/ຄປຈ ລົງວັນທີ 27/3/2020 ເຊິ່ງກ່ອນອື່ນ ທ່ານ ໄດ້ຍົກໃຫ້ເຫັນຂັ້ນຕອນໃນການຄົ້ນຄວ້າຊື່ເອີ້ນຂອງຊົນເຜົ່າ ໃນໄລຍະຜ່ານມາ ແລະ ໃຫ້ຮູ້ວ່າມາຮອດປະຈຸບັນ ຢູ່ ສປປ ລາວ ມີຊົນເຜົ່າທັງໝົດ ຈຳນວນ 50 ຊົນເຜົ່າ ແຕ່ລະຊົນເຜົ່າມີວັດທະນະທຳ, ຮີດຄອງປະເພນີ ແລະ ຄວາມເຊື່ອທີ່ແຕກຕ່າງກັນ.
ປະຈຸບັນການສະເຫຼີມສະຫຼອງວັນບຸນຕ່າງໆ ແມ່ນຍັງມີບາງຊົນເຜົ່າທີ່ຍັງບໍ່ທັນມີຄວາມເປັນເອກະພາບ, ແກ່ຍາວເວລາ, ມີລັກສະນະຟຸມເຟືອຍ; ການສ້າງຄອບຄົວໃໝ່ແມ່ນຍັງມີຈຳນວນໜຶ່ງແມ່ນຍັງບໍ່ຖືກຕ້ອງຕາມລະບຽບກົດໝາຍວາງອອກ ແລະ ຄວາມເຊື່ອຖືຕ່າງໆ ຂອງແຕ່ລະຊົນເຜົ່າ ຍັງມີບາງປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ. ດັ່ງນັ້ນ, ຄຳແນະນຳສະບັບນີ້ເພື່ອເປັນການອະນຸລັກ, ເສີມຂະຫຍາຍວັດທະນະທຳ ຮີດຄອງປະເພນີອັນດີງາມ ແນໃສ່ເພີ່ມທະວີຄວາມສະເໝີພາບ, ຄວາມສາມັກຄີປອງດອງພາຍໃນຊົນເຜົ່າ, ແຕ່ລະຊົນເຜົ່າໃຫ້ພ້ອມກັນຍົກສູງສະຕິຄວາມເປັນເຈົ້າຕົນເອງ ຈັດຕັ້ງສະເຫຼີມສະຫຼອງວັນບຸນຕ່າງໆ, ດຳເນີນຮີດຄອງປະເພນີອື່ນໆ ໃຫ້ມີຄວາມເປັນເອກະພາບທາງດ້ານເນື້ອໃນ, ຮູບການ, ວິທີການ, ເວລາ ແລະ ທັງເປັນການຊຸກຍູ້ການສ້າງສາພັດທະນາເສດຖະກິດ-ສັງຄົມ ແລະ ເສດຖະກິດຄອບຄົວ; .
ພ້ອມກັນນີ້, ທ່ານ ຮອງປະທານ ສນຊ ໄດ້ຮຽກຮ້ອງໃຫ້ແຕ່ລະພາກສ່ວນທີ່ໄດ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ຈົ່ງນຳເອົາຄຳແນະນຳດັ່ງກ່າວ ໄປຈັດຕັ້ງເຜີຍແຜ່ ຢູ່ບັນດາຫ້ອງການ, ກົມກອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຊຶ່ອມຊຶມໃຫ້ເລິກເຊິ່ງ ແລະ ທົ່ວເຖິງ; ໃຫ້ມີສ່ວນຮ່ວມຄົ້ນຄວ້າ ແລະ ສະເໜີໃຫ້ພາກສ່ວນກ່ຽວຂ້ອງມີຄວາມຮັບຮູ້ເຂົ້າໃຈ ແລະ ມີຄວາມຕື່ນຕົວເປັນເຈົ້າການເຂົ້າຮ່ວມຈັດຕັ້ງປະຕິບັດຕົວຈິງ ແລະ ໃຫ້ເອົາງານບຸນປະເພນີ ເຂົ້າໃນປະຕິທິນ ເພື່ອເປັນບ່ອນອິງໃນການສະເຫຼີມສະຫຼອງງານບຸນຂອງແຕ່ລະຊົນເຜົ່າ.