ສູນກາງແນວລາວສ້າງຊາດ

Lao Front For National Development

ສນຊ ເຜີຍແຜ່ ແລະເຊື່ອມຊືມ ນິຕິກໍາກ່ຽວກັບວຽກງານປ້ອງກັນພາຍໃນ

     ສູນກາງແນວລາວສ້າງຊາດ​ (ສນຊ)​ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊືມບັນດານິຕິກຳກ່ຽວກັບວຽກງານປ້ອງກັນພາຍ ໂດຍການເປັນປະທານ ຂອງທ່ານ​ ນາງ​ ສີພະຈັນ​ ນັນທະວົງສາ​ ກໍາມະການປະຈຳພັກ,​ ຮອງປະທານ​ ສນຊ,​ ປະທານກວດກາພັກ-ລັດ,​ ຫົວໜ້າຄະນະປ້ອງກັນພາຍໃນ ສນຊ, ເປັນກຽດເຂົ້າຮ່ວມມີທ່ານ​ ດຣ​ ຈັນເພັງ ສຸດທິວົງ ກໍາມະການປະຈຳພັກ,​ ຮອງປະທານ​ ສນຊ,​ ມີບັນດາທ່ານພະນັກງານປະຕິວັດອາວຸໂສບຳນານ, ບັນດາທ່ານຜູ້ຕາງໜ້າກົມປ້ອງກັນພາຍໃນ​ ກະຊວງປ້ອງກັນຄວາມສະຫງົບ,​ມີບັນດາຫົວໜ້າ-ຮອງຫົວໜ້າກົມ,​ ຫ້ອງ ການ,​ ສູນຝືກອົບຮົມ​ ແລະ ພະນັກງານພາຍໃນ ສນຊ​ ເຂົ້າຮ່ວມທີ່ຫ້ອງປະຊຸມໃຫຍ່ຊັ້ນ 02, ໃນວັນທີ​ 04 ຕຸລາ​ 2023​.
     ໃນວາລະກອງປະຊຸມ ໄດ້ຜ່ານຂໍ້ຕົກລົງຂອງຄະນະປະຈຳ ສນຊ​ ສະບັບເລກທີ​ 018/ຄປຈ,​ ລົງວັນທີ​ 21​ ມັງກອນ​ 2022​ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະປ້ອງກັນພາຍໃນ​ ສນຊ​; ແຈ້ງການສະບັບເລກທີ 030 ແລະ​ 031​/ປກ.ສນຊ​; ພ້ອມດຽວກັນນີ້, ທ່ານຫົວໜ້າກົມປ້ອງກັນພາຍໃນ ກະຊວງປ້ອງກັນຄວາມສະຫງົບ ໄດ້ຜ່ານຂໍ້ຕົກລົງເລກທີ 1384/ປກສ, ລົງ​ວັນທີ​ 14 ຕຸລາ 2022​ ວ່າດ້ວຍລະບຽບການປ້ອງການພາຍໃນ,​ ຂໍ້ຕົກລົງ​ ຂອງ​ລັດຖະ​ມົນ​ຕີ​ວ່າ​ການ​ກະຊວງ​ປ້ອງກັນ​ຄວາມ​ສະຫງົບ​ ເລກທີ​ 951/ປກສ,​ ລົງ​ວັນທີ​ 04 ຕຸລາ 2007 ວ່າດ້ວຍການຈັດຕັ້ງ​ ແລະ ການເຄື່ອນໄຫວຂອງຄະນະປ້ອງກັນພາຍໃນ​ສຳນັກງານ-ອົງການ; ມະຕິ​ຂອງກົມການ ເມືອງສູນກາງພັກ ສະ​ບັບເລກທີ 111/ກມສພ, ລົງ​ວັນທີ​ 22​ ພຶດສະພາ​ 2020​ ວ່າ​ດ້ວຍ​ເພີ່ມທະວີວຽກງານປ້ອງກັນຄວາມສະຫງົບໃນສະພາບການໃຫ່ມ; ພ້ອມກັນນັ້ນ,​ ບັນດາຜູ້ເຂົ້າຮ່ວມກອງ​ປະຊຸມ ໄດ້ແລກປ່ຽນຄຳຄິດຄຳເຫັນກ່ຽວກັບສະພາບການ ແລະ ວຽກງານປ້ອງກັນພາຍໃນ ສນຊ​ ຢ່າງກົງໄປກົງມາ.
     ໂອກາດນີ້, ທ່ານ​ປະທານກອງປະຊຸມ ໄດ້ຮຽກຮ້ອງ​ໃຫ້​ບັນດາ​ສະຫາຍສະມາຊິກ​ພັກ, ພະນັກງານ-ລັດຖະກອນ​ ທຸກ​ທ່ານ​ຈົ່ງເພີ່ມທະວີຄວາມເອົາໃຈໃສ່ຕໍ່ວຽກງານປ້ອງກັນ​ ​ເພາະ​ວຽກ​ງານປ້ອງ​ກັນ​ພາຍ​ໃນ​ແມ່ນ​ມີ​ຄວາມ​ສຳ ຄັນຫຼາຍທີ່​ສຸດ ພ້ອມທັງແມ່ນໜ້າທີ່ຂອງໝົດທຸກທ່ານ, ​ເອົາ​ໃຈ​ໃສ່​ເປັນ​ຫູ​ເປັນຕາຊ່ວຍເຈົ້າໜ້າທີ່ ເພື່ອຕ້ານ ​ແລະ ສະກັດກັ້ນ ກົນອຸບາຍ​ຂອງ​ອິດທິປໍ​ລະ​ປັກ ທີ່ປຸກ​ປັ້ນ​ແນວ​ຄິດ​ເຮັດ​ໃຫ້​ເກີດ​ຄວາມ​ແຕກ​ແຍກ; ພ້ອມກັນນັ້ນ, ຊ່ວຍ​ກັນ​ປະຕິບັດ​ລະບຽບ​ວິ​ໄນ, ​ເພີ່ມ​ສະຕິລະວັງຕົວ​ສູງ ຕໍ່​ການ​ພົວພັນກັບພາຍນອກ ຢ່າງ​ເຂັ້ມ​ງວດ ແລະ ​ນຳ​ເອົາ​ບົດ ຮຽນທີ່ໄດ້ຮັບ ​ໄປຈັດຕັ້ງ​ປະຕິບັດເຂົ້າໃນວຽກງານຕົວຈິງ ໃຫ້​ໄດ້​ຮັບ​ຜົນສຳ​ເລັດ​; ພ້ອມ​​ນີ້, ໄດ້​ມີ​ພິທີ​ເຊັນ​ເອກະສານ ກ່ຽວກັບກົນ​ໄກ​ການ​ປະສານ​ງານ​ ລະຫວ່າງ​ ກົມປ້ອງກັນ​ພາຍ​ໃນ ​ແລະ​ ຄະນະ​ປ້ອງ​ກັນ​ພາຍ​ໃນ ສນຊ ຕື່ມ​ອີກ.
ພາບ: ແສງຫລ້າ
ຂ່າວ: ດວງມະນີ
ບ.​ກ: ຈິດຕະພົງ
 
info@lfnd.org.la | 021 213754 | (856-21) 453191