ສູນກາງແນວລາວສ້າງຊາດ

Lao Front For National Development

ສນຊ ໄດ້ຈັດກອງປະຊຸມຄົ້ນຄ້ວາ ແລະ ປະກອບຄຳເຫັນຕໍ່ເນື້ອໃນເອກະສານກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ

ວັນທີ 16 ມິຖຸນາ 2020 ນີ້, ສູນກາງແນວລາວສ້າງຊາດ(ສນຊ) ໄດ້ຈັດກອງປະຊຸມຄົ້ນຄ້ວາ ແລະ ປະກອບຄຳເຫັນຕໍ່ເນື້ອໃນເອກະສານກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໂດຍການເປັນປະທານຂອງສະຫາຍ ຄຳໃບ ດຳລັດ ກຳມະການສູນກາງພັກ ຮອງເລຂາຄະນະພັກ ຮອງປະທານສູນກາງແນວລາວສ້າງຊາດ ມີບັນດາສະຫາຍຄະນະພັກສູນກາງແນວລາວສ້າງຊາດ, ມີບັນດາສະຫາຍກຳມະການສູນກາງແນວລາວສ້າງຊາດອ້ອມຂ້າງສູນກາງ ແລະ ຄະນະທິປຶກສາວຽກງານແນວລາວສ້າງຊາດເຂົ້າຮ່ວມ ທີ່ສູນກາງແນວລາວສ້າງຊາດເຊິ່ງ ມີສາມເອກະສານຄື: ບົດສຳມະນາວິທະຍາສາດການປັບປຸງລະບົບການປົກ ຄອງທ້ອງຖີ່ນ-ຮາກຖານຢູ່ ສປປ ລາວ, ບົດສັງລວມຫຍໍ້ເນື້ອໃນກອງປະຊຸມສຳມະນາຫົວຂໍ້ວິ ທະຍາສາດທີ 2 , ການປະຕິຮູບຂອດບໍລິຫານລັດທີ່ກົດໜ່ວງຖ່ວງດຶງການດຳເດີນທຸລະກິດ ແລະ ບໍລິການປະຊາຊົນ, ມີເອກະສານຈຸດພິເສດດ້ານທີ່ຕັ້ງ ແລະ ຍະໂຍບາຍເຊື່ອມຈອດເຊື່ອມ ໂຍງເສດຖະກິດ ຂອງ ສປປ ລາວ.

info@lfnd.org.la | 021 213754 | (856-21) 453191