ສູນກາງແນວລາວສ້າງຊາດ ໄດ້ຮັບເງິນຊ່ວຍເຫຼືອຈາກ ຄະນະບໍລິຫານສູນລວມຄຣິດຕະຈັກຂ່າວປະເສີດ ມອບໂດຍ ທ່ານ ອາຈານ ແສງດາວ ຊົມພູນຸດ ແລະ ກ່າວຮັບໂດຍ ທ່ານ ນາງ ຄໍາຈັນ ພົມແສງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ ໂດຍມີພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ ໃນວັນທີ 30 ພະຈິກ 2017,
ທ່ານ ນາງ ຄໍາຈັນ ພົມແສງສະຫວັນ ໄດ້ຕາງໜ້າຄະນະພັກ-ຄະນະນໍາ ສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ກັບທ່ານ ແສງດາວ ຊົມພູນຸດ ກໍຄືຄະນະ ແລະ ຜູ້ທີ່ມີນໍ້າໃຈເອື້ອເຝຶ້ອເພື່ອແຜ່ ທີ່ໄດ້ນໍາເອົາເງິນມາຊ່ວຍເຫຼືອ ຈໍານວນ 1000 ໂດລາ ມາມອບໃຫ້ໃນຄັ້ງນີ້ ເຊິ່ງເງິນຈໍານວນດັ່ງກ່າວແມ່ນຈະນໍາໄປມອບຕໍ່ໃຫ້ປະຊາຊົນຫວຽດນາມ ທີ່ຖືກໄພວິບັດຢ່າງຮ້າຍແຮງຈາກລົມພະຍຸ ແລະ ຫວັງວ່າໂອກາດໜ້າຈະໄດ້ຮັບການຊ່ວຍເຫຼືອຈາກບັນດາທ່ານ ຕື່ມອີກ.