ໃນວັນທີ 10 ກໍລະກົດ 2020 ນີ້, ສູນກາງແນວລາວສ້າງຊາດ(ສນຊ) ໄດ້ຮັບເງິນອຸປະຖຳຈໍານວນ 30 ລ້ານກີບ ຈາກບໍລິສັດ ລາວລໍ້ແອນຄອນເຊົາແຕນຊີ ກຼຸບ, ເນື່ອງໃນໂອກາດເປີດຫໍມູນເຊື້ອ ແນວລາວສ້າງຊາດ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ, ຕາງໜ້າກ່າວມອບໂດຍທ່ານ ນາງ ສີລິໂສພາ ບຸດດາຄຳ ຜູ້ອຳນວຍການ ບໍລິສັດ ລາວລໍ້ແອນຄອນເຊົາແຕນຊີ ກຼຸບ ແລະ ກ່າວຮັບໂດຍທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍພະນັກທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ໂອກາດນີ້, ທ່ານ ຮອງປະທານ ສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງ ຕໍ່ທ່ານ ນາງ ສີລິໂສພາ ບຸດດາຄຳ ກໍຄືບໍລິສັດ ລາວລໍ້ແອນຄອນເຊົາແຕນຊີ ກຼຸບ ທີ່ໄດ້ນຳເອົາເງິນຈຳນວນດັ່ງກ່າວມາອຸປະຖຳ ໃຫ້ສູນກາງແນວລາວສ້າງຊາດ ໃນຄັ້ງນີ້.