ສູນກາງແນວລາວສ້າງຊາດ

Lao Front For National Development

ສສຊ ເຂດ 13 ເນັ້ນການປະຢັດ, ສົ່ງເສີມທຸກພາກສ່ວນເສດຖະກິດ ໃຫ້ຜະລິດເປັນສິນຄ້າ

ທ່ານ ຈັນທະວົງ ແສນອາມາດມົນຕີ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ປະຈຳເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະ ຊາຊົນ ໃນວັນທີ 25 ມີນານີ້ ທ່ານໄດ້ກ່າວວ່າ: ຕົນເອງມີຄວາມຮູ້ສຶກພາກພູມໃຈ ແລະ ເປັນກຽດຢ່າງຍິ່ງ ທີ່ໄດ້ຕາງໜ້າໃຫ້ປະຊາຊົນບັນດາເຜົ່າ ແລະ ສູນກາງແນວລາວສ້າງຊາດ ທີ່ໄດ້ເຂົ້າຮ່ວມກອງປະຊຸມຄັ້ງມະຖົມມະລືກຂອງສະພາແຫ່ງ ຊຸດທີ IX ທີ່ໄດ້ເປີດຂຶ້ນຢ່າງ ເປັນທາງການ, ໃນນາມທີ່ໄດ້ຮັບການເລືອກຕັ້ງໃຫ້ເປັນຜູ້ແທນຂອງແຂວງ ແລະ ໄດ້ຮັບການເຊື່ອໝັ້ນຈາກປະຊາຊົນ ເພື່ອໄປປະຕິບັດໜ້າທີ່ເປັນ ສສຊ ຕາມພາລະບົດບາດສິດທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ, ຕົນຈະພະຍາຍາມປະຕິບັດໜ້າທີ່ຂອງຕົນໃຫ້ດີທີ່ສຸດ ໃຫ້ສົມກັບວ່າ ເປັນຜູ້ແທນຂອງປະຊາຊົນ, ມາຈາກປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ. ໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນ ເປັນຜູ້ປະສານລະຫວ່າງສູນກາງ ແລະ ທ້ອງຖິ່ນ.

ໃນກອງປະຊຸມຄັ້ງນີ້ແມ່ນມີຄວາມໝາຍສໍາຄັນຫຼາຍ ໂດຍສ່ວນຕົວໃນນາມເປັນ ສສຊ ໃໝ່ ແມ່ນຍັງບໍ່ທັນໄດ້ປະກອບຄໍາເຫັນ ແຕ່ໄດ້ມີສ່ວນຮ່ວມກັບ ສສຊ ທ່ານອື່ນໆ ໃນການໃຊ້ສິດເລືອກຕັ້ງປະທານ, ຮອງປະທານ, ຄະນະປະຈໍາສະພາແຫ່ງຊາດ ຊຸດທີ IX ປະທານປະເທດ, ຮອງປະທານປະເທດ, ຄະນະລັດຖະບານ, ປະທານກວດກາລັດ, ປະທານກວດສອບແຫ່ງລັດ, ປະທານສານ ແລະ ໄອຍະການປະຊາຊົນ. ໃນການເຂົ້າ ຮ່ວມກອງປະຊຸມຕົນໄດ້ຮັບຮູ້ຂໍ້ມູນທີ່ເປັນປະໂຫຍດ ຕໍ່ແຜນພັດທະນາເສດຖະກິດ-ສັງຄົມໃນ ຕໍ່ໜ້າ ໂດຍພື້ນຖານເຫັນດີນໍາຄາດໝາຍສູ້ຊົນ 6 ເປົ້າໝາຍໃຫຍ່ ແລະ ມາດຕະການ ຕ່າງໆທີ່ວາງອອກ. ມີແຕ່ຢາກເນັ້ນການປະຢັດ, ສົ່ງເສີມທຸກພາກສ່ວນເສດຖະກິດ ໃຫ້ຜະລິດເປັນສິນຄ້າ ປຸກລະດົມປະຊາຊົນລາວບັນດາເຜົ່າເສີມຂະຫຍາຍມູນເຊື້ອສາມັກ ຄີ, ເປັນເອກະພາບນໍາພາກລັດ, ດຸໝັ່ນອອກແຮງງານເສີມຂະຫຍາຍສິດເປັນເຈົ້າປະເທດ ຊາດ ບໍ່ຄອງຄອຍ ບໍ່ເອື່ອຍອີງໃສ່ແຕ່ພາກລັດຢາກເນັ້ນໃສ່ການພັດທະນາຊົນນະບົດ ແກ້ ໄຂຄວາມທຸກຍາກຂອງປະຊາຊົນຕາມທິດສາມສ້າງ 4 ເນື້ອໃນ 4 ຄາດໝາຍ ເຮັດ ໃຫ້ຊົນນະບົດໄດ້ຮັບການພັດທະນາຫຍັບເຂົ້າໃກ້ຕົວເມືອງ.

info@lfnd.org.la | 021 213754 | (856-21) 453191