ສູນກາງແນວລາວສ້າງຊາດ

Lao Front For National Development

ສສຊ ແລະ ສສຂ ສໍາເລັດການລົງເຜີຍແຜ່ຜົນສຳເລັດກອງປະຊຸມສະພາ 2 ຂັ້ນ ຢູ່ເມືອງ ນອງ ແຂວງ ສະຫວັນນະເຂດ

ໃນວັນທີ 09 ກໍລະກົດ 2021 ນີ້, ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ສະ ຫວັນນະເຂດ ນໍາໂດຍທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ, ສະມາຊິກສະ ພາແຫ່ງຊາດ ຊຸດທີ່ IX ປະຈໍາເຂດເລືອກຕັ້ງທີ່ 13 ແຂວງ ສະຫວັນນະເຂດ ພ້ອມດ້ວຍ ສສຂ ປະຈໍາເຂດເລືອກຕັ້ງເມືອງ ນອງ ໄດ້ລົງພົບປະຊາຊົນຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກຂອງສະ ພາແຫ່ງຊາດ ຊຸດທີ່ IX ແລະ ສະພາປະຊາຊົນແຂວງຊຸດທີ II ຢູ່ເມືອງນອງ ແຂວງ ສະຫວັນນະເຂດ ເຊິ່ງລວມມີ 2 ຈຸດຄື: ບ້ານປະເລາະ ແລະ ບ້ານອາສິງສະແນະ; ໂດຍມີພະນັກງານຫຼັກແຫຼ່ງຂັ້ນເມືອງ, ອົງການປົກຄອງບ້ານ ແລະ ປະຊາຊົນພາຍໃນ 2 ບ້ານດັ່ງກ່າວ ເຂົ້າຮ່ວມ.
ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ IX ໄດ້ເສີມຂະຫຍາຍຄວາມຮູ້, ຄວາມສາມາດ, ສິດປະຊາທິປະໄຕ ແລະ ມີຄວາມຮັບຜິດຊອບສູງ ໃນຖານະເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າເຂົ້າໃນການຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນຕ່າງໆຂອງຊາດ ເຊິ່ງສະແດງໃຫ້ເຫັນເຖິງຄວາມເປັນຫ່ວງເປັນໄຍຕໍ່ພໍ່ແມ່ປະຊາຊົນບັນດາເຜົ່າໃນທົ່ວປະເທດ. ພ້ອມດຽວກັນນີ້; ການລົງເຄື່ອນໄຫວໃນຄັ້ງນີ້ ກໍເພື່ອເປັນການຜັນຂະຫຍາຍ ແລະ ໂຄສະນາເຜີຍແຜ່ບັນດາມະຕິຮັບຮອງໃນກອງປະຊຸມຄັ້ງປະຖົມມະລຶກ ຂອງ ສສຊ ຊຸດທີ IX (ລວມມີ 21 ສະບັບ) ປະກອບມີ: ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງໂຄງປະກອບ ແລະ ບຸກຄະລາກອນຂອງອົງການອໍານາດແຫ່ງລັດ ມີ 13 ສະບັບ; ການຮັບຮອງເອົາການຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII (2016-2020) ແລະ ທິດທາງແຜນການ 5 ປີ ຄັ້ງທີ IX (2021-2025); ການຮັບຮອງເອົາການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 5 ປີ (2016-2020) ແລະ ທິດທາງແຜນການ 5 ປີ (2021-2025); ການຮັບຮອງທິດທາງແຜນການເຄື່ອນໄຫວ 5 ປີ (2021-2025) ຂອງສະ ພາແຫ່ງຊາດ ຊຸດທີ IX; ການຮັບຮອງແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ຂອງສະພາແຫ່ງຊາດ ຊຸດທີ IX (2021-2025); ການຮັບຮອງເອົາບົດລາຍງານ 5 ປີ (2016-2020) ແລະ ທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ຂອງອົງການໄອຍະການປະຊາຊົນສູງສຸດ; ການຮັບຮອງເອົາບົດລາຍງານ 5 ປີ (2016-2020) ແລະ ທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ຂອງສານປະຊາຊົນສູງສຸດ; ການຮັບ ຮອງເອົາບົດສະຫຼຸບການເຄື່ອນໄຫວວຽກງານ 5 ປີ (2016-2020) ແລະ ທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ຂອງອົງການກວດສອບແຫ່ງລັດ ແລະ ການຮັບຮອງເອົາບົດສະຫຼຸບການເຄື່ອນ ໄຫວວຽກງານ 5 ປີ (2016-2020) ແລະ ທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ຂອງອົງການກວດ ກາແຫ່ງລັດ; ພ້ອມດຽວກັນນັ້ນ, ໄດ້ຮັບຟັງບັນດາມະຕິຮັບຮອງໃນກອງປະຊຸມຄັ້ງປະຖົມມະລຶກ ຂອງ ສສຂ ຊຸດທີ II (ລວມມີ 10 ສະບັບ) ຕື່ມອິກ.
ການລົງເຄື່ອນໄຫວໃນຄັ້ງນີ້, ນອກຈາກເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກຂອງສະພາ 2 ຂັ້ນແລ້ວ ກໍຍັງເປັນການລົງຮາກຖານ, ພົບປະປະຊາຊົນຜູ້ມີສິດເລືອກຕັ້ງ ແລະ ຮັບຟັງຄໍາຄິດເຫັນ ແລະ ຄໍາສະເໜີຂອງພະນັກງານຫຼັກແຫຼ່ງຂັ້ນເມືອງ ກໍຄືອົງການປົກຄອງບ້ານ ແລະ ປະຊາຊົນບັນດາເຜົ່າ ຊຶ່ງເຫັນວ່າມີຂໍ້ຫຍຸ້ງຍາກຫຼາຍດ້ານທີ່ຈະຕ້ອງໄດ້ປັບປຸງແກ້ໄຂ ໂດຍສະເພາະບັນຫາດ້ານພື້ນຖານໂຄງລ່າງ, ບັນຫາດ້ານການສຶກສາ, ບັນຫາດ້ານສາ ທາລະນະສຸກ, ບັນຫາດ້ານກະສິກໍາ, ບັນຫາການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ບັນຫາອື່ນໆ. ຫຼັງຈາກນັ້ນ ສສຊ ແລະ ສສຂ ກໍໄດ້ມີຄໍາເຫັນຊີ້ນໍາໃນການແກ້ໄຂບັນຫາເບື້ອງຕົ້ນ ແລະ ຮັບເອົາບັນດາຄໍາສະເໜີຂອງປະຊົນ ເພື່ອໄປນໍາສະເໜີຕໍ່ຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອຄົ້ນຄວ້າພິຈາລະນາຫາວິທີການແກ້ໄຂໃນຕໍ່ໜ້າໃຫ້ທ່ວງທັນ; ໂອກາດນີ້ ຄະນະ ສສຊ ກໍໄດ້ມອບຜ້າຫົ່ມ ແລະ ເຄື່ອງນຸ່ງຫົ່ມຈໍານວນໜຶ່ງໃຫ້ 2 ບ້ານດັ່ງກ່າວ ແລະ ແນວລາວສ້າງຊາດເມືອງ ນອງ ຕື່ມອີກ.
info@lfnd.org.la | 021 213754 | (856-21) 453191