ປະຕິບັດຕາມແຈ້ງການແນະນຳ 033/ຄປຈ.ສນຊ ວ່າດ້ວຍຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຂອງແນວລາວສ້າງຊາດ, ໂດຍຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ມາໃນວັນທີ 9 ກໍລະກົດ 2021 ຜ່ານມານີ້ ທີ່ສະໂມສອນເມືອງສອງຄອນ ແຂວງສະຫວັນນະເຂດ ໄດ້ມີພິທີປະກາດຮັບຮອງເອົາ 2 ບ້ານເປັນບ້ານສາມັກຄີປອງດອງ ແລະ 4,564 ຄອບຄົວ ເປັນຄອບຄົວສາມັກຄີປອງດອງຂອງແນວລາວສ້າງຊາດ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສິນໄຊ ວົງລະຄອນ ກຳມະການສູນກາງແນວລາວສ້າງຊາດ, ຮອງປະທານແນວລາວສ້າງຊາດແຂວງ, ມີການນຳຂອງເມືອງ,ປະທານແນວລາວສ້າງຊາດເມືອງ, ຫົວໜ້າຫ້ອງການອ້ອມຂ້າງ, ອຳນາດການປົກຄອງບ້ານຈຳນວນ 23 ບ້ານ ແລະ ແຂກຖືກເຊີນເຂົ້າຮ່ວມລວມ.
ໃນພິທີ ທ່ານ ຄຳໂກ້ ກິ່ງສຸວັນນະວົງ ຮອງປະທານແນວລາວສ້າງຊາດເມືອງສອງຄອນ ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງສະຫວັນນະເຂດ ເລກທີ 590/ຈຂສຂ ວ່າດ້ວຍການຕົກລົງຮັບຮອງເອົາບ້ານສາມັກຄີປອງດອງຂອງແນວລາວລາວສ້າງຊາດປະເຊິ່ງປະກອບມີ 23 ບ້ານຄື: ບ້ານນວນວິໄລ, ບ້ານໂຊກໄຊ, ບ້ານດອນຊາດ, ບ້ານນາຂະຍອມ, ບ້ານຫລັກ 11 , ບ້ານນາຮັງແຂ້, ບ້ານນາທັງ, ບ້ານດານແຕ້ໆ, ບ້ານນາຄຳນົນ, ບ້ານໂຄກສະອາດ, ບ້ານດອນໃຫຍ່, ບ້ານຄຳສະຫວ່າງ, ບ້ານໜອງເດີ່ນທົ່ງ, ບ້ານດົງສະຫວ່າງ, ບ້ານປາກຊ່ອງ, ບ້ານນາພວກ, ບ້ານນາຟອງທ່າ, ບ້ານດອນຂຽວ, ບ້ານດອນມ່ວງ, ບ້ານສະແຍກ, ບ້ານຫ້ວຍຄໍ້, ບ້ານຫ້ວຍໄຂ່ ແລະ ບ້ານພະແລງ ທີ່ໄດ້ຮັບຮອງເອົາເປັນບ້ານສາມັກຄີປອງດອງໃນເທື່ອນີ້,ໂດຍແມ່ນ ທ່ານ ສິນໄຊ ວົງລະຄອນ ຮອງປະທານແນວລາວສ້າງຊາດແຂວງສະຫັວນນະເຂດເປັນຜູ້ມອບ.
ໃນຕອນທ້າຍ ທ່ານ ຮອງປະທານແນວລາວສ້າງຊາດແຂວງ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ມາຍັງການຈັດຕັ້ງທຸກພາກສ່ວນຂອງເມືອງ ທີ່ໄດ້ເອົາໃຈໃສ່ໃນການຊີ້ນຳ-ນຳພາວຽກງານຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຂອງແນວລາວສ້າງຊາດ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະກຳມະການແນວລາວສ້າງຊາດເມືອງທີ່ໄດ້ມີຄວາມຕັດສິນໃຈສູງ ໃນການສູ້ຊົນຕໍ່ກັບວຽກງານດັ່ງກ່າວ ໃຫ້ບັນລຸຕາມຈຸດປະສົງ, ລະດັບຄາດໝາຍທີ່ທາງຂັ້ນເທິງໄດ້ກຳນົດໄວ້ ແລະ ພ້ອມກັນສືບຕໍຈັດຕັ້ງປະຕິບັດວຽກງານຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຂອງແນວລາວສ້າງຊາດໃຫ້ໄດ້ຕາມທິດທາງແຜນການວາງອອກ.