ສູນກາງແນວລາວສ້າງຊາດ

Lao Front For National Development

ສອງອົງການແນວໂຮມລາວ-ຫວຽດນາມໄດ້ເສີມຂະຫຍາຍສາຍພົວພັນຮ່ວມມືສູ່ລວງເລິກ

     ພິທີຢ້ຽມຢາມສອງຝ່າຍ ລະຫວ່າງ ຄະນະກຳມະການສູນກາງແນວລາວສ້າງຊາດ ນໍາໂດຍ ທ່ານ ນາງ ອິນລາວັນ ແກ້ວບຸນພັນ, ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ ແລະ ເຮັດວຽກກັບຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ນໍາໂດຍ ທ່ານ ນາງ ຫງວຽນ ທິ ທູ ຮ່າ , ກຳມະການສູນກາງພັກ, ຮອງປະທານແນວໂຮມປະເທດຊາດຫວຽດນາມ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ ທີ່ສຳນັກງານສູນກາງແນວໂຮມປະເທດຊາດຫວຽດນາມ ນະຄອນຫຼວງຮ່າໂນ້ຍ ວັນທີ 14 ພະຈິກ 2023.
     ໂອກາດນີ້ ທ່ານ ນາງ ຫງວຽນ ທິ ທູ ຮ່າ ໄດ້ກ່າວຕ້ອບຮັບ ແລະ ຕີລາຄາສູງຕໍ່ຄະນະຜູ້ແທນຄະນະກຳມະການສູນກາງແນວລາວສ້າງຊາດ ທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ ນະຄອນຫຼວງຮ່າໂນ້ຍ ເພື່ອເປັນການເພີ່ມທະວີການຮ່ວມມື, ແລກປ່ຽນບົດຮຽນ, ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນຂົງເຂດວຽກງານຕ່າງໆທີ່ມີການພົວພັນຮ່ວມມືກັນໃຫ້ເປັນຮູບປະທໍາ ແລະ ໄດ້ລາຍງານສະພາບລວມຂອງປະເທດໂດຍຫຍໍ້. ການຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້, ທ່ານ ນາງ ອິນລາວັນ ແກ້ວບຸນພັນ ໄດ້ລາຍງານສະພາບລວມຂອງປະເທດໂດຍຫຍໍ້ ແລະ ໄດ້ແລກປ່ຽນບົດຮຽນເຊິ່ງກັນ ແລະກັນ ຢ່າງສະໜິດສະໜົມ ແລະ ຕີລາຄາສູງຕໍ່ຜົນຂອງການພົວພັນຮ່ວມມືໄລຍະຜ່ານມາໂດຍສະເພາະແມ່ນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍບົດບັນທຶກການຮ່ວມມືຂອງສອງອົງການ ທີ່ໄດ້ລົງນາມຮ່ວມກັນ ໃນວັນທີ 29 ມິຖຸນາ 2021 ທີ່ນະຄອນ ຫຼວງວຽງຈັນ ເຊິ່ງມີເນື້ອໃນສຳຄັນທີ່ຈະພ້ອມກັນປະຕິບັດ 7 ຂໍ້ ທີ່ຕ້ອງເຮັດຮ່ວມກັນ ໃນໄລຍະປີ 2023-2027; ການແລກປ່ຽນຄະນະຜູ້ແທນຂັ້ນສູງ ລະຫວ່າງ ສອງອົງການ, ການກະກຽມຈັດຝຶກອົບຮົມວຽກງານແນວໂຮມໃຫ້ພະນັກງານແນວລາວສ້າງຊາດ ແລະ ຜົນສຳເລັດອື່ນໆ. ພ້ອມນີ້ໄດ້ສະເໜີທິດທາງຮ່ວມມືໃນຕໍ່ໜ້າຄື: ສືບຕໍ່ປະກອບສ່ວນຢ່າງແຂງແຮງເຂົ້າໃນພາລະກິດເສີມສ້າງສາຍພົວພັນຮ່ວມມືຮອບດ້ານລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ເກີດດອກອອກຜົນຕົວຈິງຫຼາຍຂຶ້ນ; ການຈັດຕັ້ງປະຕິບັດເນື້ອໃນຈິດໃຈບົດບັນທຶກຮ່ວມມືກັນ ແລະ ສືບຕໍ່ເພີ່ມທະວີສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ປະຊາຊົນບັນດາເຜົ່າ ທີ່ອາໃສຢູ່ລຽບຕາມຊາຍແດນ ໃຫ້ຮັບຮູ້ ແລະ ປະຕິບັດກົດໝາຍ ກໍຄືຖະແຫຼງການຮ່ວມ ເພື່ອພ້ອມກັນເສີມສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ພ້ອມກັນພັດທະນາ ແລະ ໄດ້ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ. ພ້ອມນີ້, ທັງສອງຝ່າຍ ໄດ້ພ້ອມກັນວາງແຜນວຽກຈຸດສຸມການຮ່ວມມືຂອງສອງອົງການ ໂດຍສະເພາະການຈັດຕັ້ງປະຕິບັດບົດບັນທຶກຮ່ວມມືໃຫ້ໄດ້ຮັບຜົນດີ; ການຈັດຝຶກອົບຮົມໃຫ້ພະນັກງານແນວລາວສ້າງຊາດ ທີ່ຈະຈັດຂຶ້ນໃນທ້າຍເດືອນ ພະຈິກ ປີ 2023; ເຂົ້າຮ່ວມກອງປະຊຸມປະທານແນວໂຮມ 3 ປະເທດ ລາວ-ຫວຽດນາມ-ກຳປູເຈຍ ທີ່ຈະຈັດຂຶ້ນໃນມໍ່ນີ້.
     ໂອກາດນີ້, ທ່ານຮອງປະທານສູນກາງແນວລາວສ້າງຊາດ ໄດ້ຕາງໜ້າຄະນະຜູ້ແທນ ກ່າວອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດທີ່ຫາຍາກ ແລະການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ແມ່ນສອງອົງການແນວໂຮມພວກເຮົາ ໃຫ້ນັບມື້ຂະຫຍາຍຕົວເຂົ້າສູ່ລວງເລິກ ແລະສວຍສົດງົດງາມຕະຫຼອດໄປ.
ບກ: ສຊ ຈື້ໄຊ
ຂ່າວ+ພາບ: ຄໍາຜາຍ
 
info@lfnd.org.la | 021 213754 | (856-21) 453191