ສູນກາງແນວລາວສ້າງຊາດ

Lao Front For National Development

ສະພາປະຊາຊົນແຂວງ ສະຫວັນນະເຂດ ຊຸດທີ II ດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2

ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ໄດ້ເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ II ໃນລະຫວ່າງວັນທີ 12-14 ມັງກອນ 2022 ນີ້, ພາຍໃຕ້ການເປັນປະທານຂອງ ທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ເປັນກຽດເຂົ້າຮ່ວມຂອງທ່ານ ສັນຕິພາບ ພົມວິຫານ ກຳ ມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໆສະຫວັນນະເຂດ, ໂດຍມີ ທ່ານ ສັນຍາ ປຣະເສີດ ຄະນະປະຈຳສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ, ມີບັນດາສະມາຊິກສະພາແຫ່ງຊາດ, ສະພາປະຊາຊົນແຂວງ, ບັນດາເຈົ້າເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

  

ທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ ໃຫ້ຮູ້ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ແຂວງສະຫວັນນະເຂດ ຊຸດທີ II ຄັ້ງນີ້ ເຊິ່ງຈະໄດ້ສຸມໃສ່ຄົ້ນຄວ້າພິຈາລະນາ, ຮັບຮອງເອົາບັນດາເນື້ອໃນທີ່ສໍາຄັນຕ່າງໆຂອງແຂວງເຊັ່ນ: ຮັບຟັງການລາຍງານຈາກຄະນະປະຈໍາສະພາປະຊາຊົນແຂວງ ກ່ຽວກັບຜົນການເລືອກຕັ້ງແທນ ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ ອາດສະພອນ;  ຮັບຟັງການລາຍງານຂອງທ່ານເຈົ້າແຂວງ ກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດຂອງແຂວງ ປະຈຳປີ 2021 ແລະ ທິດທາງແຜນການ ປະຈໍາປີ 2022; ຮັບຟັງການລາຍງານ ຈາກຫົວໜ້າພະແນກແຜນ ການ ແລະ ການລົງທຶນແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ປະຈຳປີ 2021 ແລະ ທິດທາງແຜນການ ປະຈໍາປີ 2022; ຮັບຟັງການລາຍງານ ຈາກຫົວໜ້າພະແນກການເງິນແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2021 ແລະ ທິດທາງແຜນການ ປະຈໍາປີ 2022; ຮັບຟັງການລາຍງານຈາກ ທ່ານຮອງເຈົ້າແຂວງ ໃນການກະກຽມ ແລະ ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ແຕ່ປີ 2021-2023; ຮັບຟັງການລາຍງານຈາກຫົວໜ້າຄະນະສະເພາະກິດຕ້ານ ໂຄວິດ-19 ຂັ້ນແຂວງ ກ່ຽວກັບສະພາບການລະບາດ ແລະ ການຄວບຄຸມພະຍາດ ໂຄວິດ-19 ທີ່ແຂວງສະຫວັນນະເຂດ; ຮັບຟັງການລາຍງານ ຈາກຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງກ່ຽວກັບການຄຸ້ມຄອງ ແລະ ດັດສົມໂຮງງານຜະລິດຖ່ານດໍາ-ຖ່ານຂ່າວ; ພິຈາລະນາ, ຮັບຮອງ ເອົາບົດສະຫຼຸບຂອງອົງການກວດສອບປະຈໍາພາກກາງ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2022;  ບົດລາຍງານຜົນການກວດສອບ ບົດສະຫຼຸບຂາດດຸ່ນງົບປະມານແຫ່ງລັດ ປະຈໍາປີ 2020 ແລະ ເອກະສານລາຍງານການເງິນຂອງລັດວິສາຫະກິດນໍ້າປະປາ ແຂວງສະຫວັນນະເຂດ ປະຈໍາປີ 2019; ພິຈາລະນາ, ຮັບຮອງ ເອົາບົດລາຍງານຂອງອົງການກວດກາລັດແຂວງ ກ່ຽວກັບການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ທິດທາງແຜນການ ປະຈໍາປີ 2022;  ບົດລາຍງານ ການກວດກາ ຕາມຜົນການກວດສອບບົດສະຫຼຸບຂາດດຸ່ນງົບປະມານແຫ່ງລັດຂອງແຂວງ ປະຈໍາປີ 2019; ພິຈາລະນາ, ຮັບ ຮອງ ເອົາບົດລາຍງານຂອງອົງການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນແຂວງ ກ່ຽວກັບການຈັດຕັ້ງປະຕິ ບັດການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ທິດທາງແຜນການ ປະຈໍາປີ 2022; ພ້ອມທັງພິຈາລະນາ ແລະ ຮັບຮອງເອົາການສະເໜີ ຂອງຄະນະປະຈໍາສະພາປະຊາຊົນແຂວງ ກ່ຽວກັບການຮັບຮອງເອົາການແຕ່ງຕັ້ງ ປະທານສານປະຊາຊົນເຂດ II ເມືອງສອງຄອນ; ພິຈາລະນາ, ຮັບຮອງ ເອົາແຜນການສ້າງ ແລະ ປັບປຸງນິຕິກຳໃຕ້ກົດໝາຍ ໄລຍະ 04 ປີ (2022-2025) ຂອງອົງການປົກຄອງແຂວງ; ພິຈາລະນາ, ຮັບຮອງ ເອົາບົດລາຍງານ ຂອງສະພາປະຊາຊົນແຂວງ ຊຸດທີ II ກ່ຽວກັບ ການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ທິດທາງແຜນການປະຈໍາປີ 2022; ພິ ຈາລະນາ, ຮັບຮອງ ເອົາການກໍານົດເຂດແດນຂອງ ເມືອງໄຊພູທອງ ແລະ ເມືອງສອງຄອນ; ພ້ອມກັນນີ້, ກອງປະຊຸມ ຍັງໄດ້ຮັບຟັງການປະກອບ ຄໍາເຫັນຂອງອົງການແນວລາວສ້າງຊາດແຂວງ ທີ່ຕາງໜ້າອົງການຈັດຕັ້ງມະຫາຊົນ ຕໍ່ກັບການເຄື່ອນໄຫວວຽກງານຂອງສະພາປະຊາຊົນແຂວງໃນໄລຍະ 01 ປີຜ່ານມາ; ພ້ອມນັ້ນ ຍັງໄດ້ຮັບຟັງການປະກອບຄໍາເຫັນຈາກສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງຕໍ່ບົດຕ່າງໆຕື່ມອີກ.

ນອກຈາກນີ້, ໃນໂອກາດເຂົ້າຮ່ວມກອງປະຊຸມດັ່ງກ່າວ ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ໄດ້ມອບເຄື່ອງຊ່ວຍເຫຼືອຈໍານວນໜຶ່ງໃຫ້ສະພາປະຊາຊົນແຂວງຕື່ມອີກ.

 

info@lfnd.org.la | 021 213754 | (856-21) 453191