ໃນວັນທີ 14 ສິງຫາ 2020 ນີ້ ທີ່ຫ້ອງປະຊຸມຄະນະເລຂາທິການສະພາແຫ່ງຊາດ, ສະພາແຫ່ງຊາດ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ (13/8/1950-13/8/2020);,ເປັນກຽດປາຖະກະຖາໂດຍ ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ, ເປັນກຽດເຂົ້າຮ່ວມໂດຍທ່ານ ສົມພູ ດວງສະຫວັນ ຄະນະປະຈຳພັກສະພາແຫ່ງຊາດ, ປະທານກຳມະທິການວັດທະນະທຳ-ສັງຄົມ, ມີຄະນະກົມ, ພະແນກ ແລະ ພະນັກງານວິຊາການ ຂອງສະພາແຫ່ງຊາດ ເຂົ້າຮ່ວມ
ທ່ານ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ຫວນຄືນປະຫວັດການກຳເນີດ, ການເຕີບໃຫຍ່ຂະຫຍາຍຕົວ ແລະ ມູນເຊື້ອອັນສະຫງ່າລາສີ ຂອງແນວລາວສ້າງຊາດ ຕະຫຼອດໄລຍະ 70 ປີ ໂດຍຜ່ານ 3 ໄລຍະປະຫວັດສາດ ຄື: ໄລຍະແນວລາວອິດສະຫຼະ, ແນວລາວຮັກຊາດ ແລະ ໄລຍະແນວລາວສ້າງຊາດ; ເຊິ່ງທ່ານໄດ້ຍົກໃຫ້ເຫັນວ່າ ອົງການແນວລາວສ້າງຊາດ ໄດ້ປະຕິບັດບົດບາດອອກໜ້າແທນພັກ ເພື່ອ ເຕົ້າໂຮມຄວາມສາມັກຄີປອງດອງທົ່ວປວງຊົນຕໍ່ສູ້ຕ້ານຈັກກະພັດພວກລ່າເມືອງຂຶ້ນແບບເກົ່າ, ເຮັດສຳເລັດພາລະກຳປະຫວັດສາດອັນສະຫງ່າອົງອາດຄື ປົດປ່ອຍປະເທດຊາດອອກຈາກແອກລ່າເມືອງຂຶ້ນແບບເກົ່າ, ບັງຄັບໃຫ້ພວກລ່າເມືອງຂຶ້ນແບບເກົ່າຕ້ອງເຊັນສັນຍາເຊີແນວ 1954 ຍອມຮັບຮູ້ເອກະລາດ ອໍານາດອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງລາວ; ເຮັດໃຫ້ຊື່ສຽງ ແລະບົດບາດ ຂອງລາວພົ້ນເດັ່ນຂຶ້ນໃນເວທີການເມືອງຂອງໂລກ; ກຳລັງປະຕິວັດໄດ້ມີ 2 ແຂວງເຕົ້າໂຮມຄື: ຜົ້ງສາລີ ແລະ ຫົວພັນ; ແນວລາວສ້າງຊາດທັງເຮັດວຽກງານແນວໂຮມ, ໄດ້ຕາງໜ້າພັກອອກເຄື່ອນໄຫວເປີດເຜີຍ ເພື່ອຕໍ່ສູ້ຕ້ານກັບຈັກກະພັດ ແລະ ລູກມືຂາຍຊາດ, ປຸກລະດົມຂົນຂວາຍປະຊາຊົນບັນດາຊົນເຜົ່າເຂົ້າຮ່ວມສ້າງພື້ນຖານ ແລະສ້າງກໍາລັງປະຕິວັດ, ຊຶ່ງໄດ້ສ້າງຖ່ວງທ່າ ແລະ ບາດກ້າວໃໝ່ໃຫ້ແກ່ຂະບວນການປະຕິວັດ, ອັນເປັນປັດໄຈທີ່ໜັກແໜ້ນໃຫ້ແກ່ການຕໍ່ສູ້ຍືດເຍືອຍາວນານຂອງປະຊາຊົນລາວ, ຈາກບ່ອນກໍາລັງປະຕິວັດຍັງອ່ອນນ້ອຍ ໄປເຖິງບ່ອນມີພື້ນຖານການເມືອງຢູ່ທຸກທ້ອງຖິ່ນ, ເອົາໜ້ອຍຕີຫລາຍ, ເອົາອາວຸດຫລ້າສະໄໝຕີກັບອາວຸດທີ່ທັນສະໄໝ ສາມາດຕີເອົາໄຊຊະນະຈັກກະພັດທີ່ມາຮຸກຮານ ແລະ ປະຕິບັດນະໂຍບາຍ 3 ບາດຄ້ອນຍຸດທະສາດ ໃນການລຸກຮືຂຶ້ນຢຶດອໍານາດການປົກຄອງທົ່ວປະເທດ ໃນວັນທີ 2 ທັນວາ 1975 ແບບ “ບົວບໍ່ຊ້ຳ ນ້ຳບໍ່ຂຸ່ນ”.
ພ້ອມກັນນັ້ນ, ທ່ານ ຈັນທະວົງ ແສນອາມາດມົນຕີ ກໍໄດ້ຍົກເຫັນພາລະບົດບາດ, ສິດ ແລະ ໜ້າທີ່ ຂອງອົງການແນວລາວສ້າງຊາດ, ຍົກເຫັນບາງຜົນງານທີ່ພົ້ນເດັ່ນໃນການເຄື່ອນໄຫວ ຂອງອົງການແນວລາວສ້າງຊາດ ຕະຫຼອດໄລຍະ 70 ປີ ແລະ ທິດທາງແຜນການໃນຕໍ່ໜ້າໂດຍຫຍໍ້.