ວັນທີ 10/4/2020 ທ່ານ ຮຈ ດຣ ສົມອົກ ກິ່ງສະດາ ຮອງປະທານສູນກາງແນວລາວສ້າງຊາດ, ປະທານສະມາຄົມມິດຕະພາບລາວ_ເຢຍລະມັນ ພ້ອມດ້ວຍຄະນະ ໄດ້ນໍາເອົາເງິນສົດຈໍານວນ 25 ລ້ານກີບ ໄປມອບໃຫ້ຄະນະອໍານວາຍການໂຮງໝໍ 150 ຕຽງ ເພື່ອນໍາໄປຊື້ອຸປະກອນການແພດ ມານໍາໃຊ້ເຂົ້າໃນການປິ່ນປົວຄົນເຈັບຍ້ອນຕິດພະຍາດອັກເສບປອດສາຍພັນໃໝ່ (Covid-19), ການຕ້ານ ແລະ ສະກັດກັ້ນພະຍາດດັ່ງກ່າວ.
